ແມ່ຍິງທີ່ເປັນໂຣກແບບໃດທີ່ແພດຫ້າມບໍ່ໃຫ້ຖືພາ

ເມື່ອຕັດສິນໃຈແຕ່ງງານ ການວາງແຜນຄອບຄົວເປັນສິ່ງສຳຄັນ ໂດຍສະເພາະການວາງແຜນທີ່ຈະມີລູກ ແຕ່ສິ່ງສຳຄັນທີ່ຄວນເຮັດຄື ການໄປກວດສຸຂະພາບກ່ອນການຖືພາດພື່ອກວດຫາໂຣກພະຍາດທາງພັນທຸກຳ ຫຼື ໂຣກໄພໄຂ້ເຈັບອື່ນໆ ເພື່ອຄວາມປອດໄພຂອງແມ່ ແລະ ລູກທີ່ຈະເກີດຂຶ້ນມາ ເຮົາມາເບິ່ງນຳກັນວ່າມີໂຣກພະຍາດຊະນິດໃດແດ່ທີ່ແພດແນະນຳວ່າຢ່າຟ້າວຖືພາ ຕ້ອງຮັກສາໃຫ້ຫາຍດີກ່ອນ

  1. ໂຣກຫົວໃຈ
  2. ໂຣກເບົາຫວານ
  3. ໂຣກຄໍກິນເລືອດ
  4. ໂຣກຄວາມດັນເລືອດສູງຊ້ຳເຮື້ອ
  5. ໂຣກລົມຊັກ
  6. ໂຣກແທ້ງເປັນປະຈຳ
  7. ໂຣກເອສ ແລະ ໂຣກຕິດຕໍ່ທາງເພດສຳພັນ
  8. ໂຣກທາລັສຊີເມຍ

ໂຣກພະຍາດທີ່ກ່າວມາຂ້າງເທິງນີ້ແມ່ນໂຣກທີ່ສົ່ງຜົນເສຍຕໍ່ຮ່າງກາຍຂອງແມ່ ແລະ ລູກຢູ່ໃນທ້ອງ ສະນັ້ນກ່ອນຈະວາງແຜນຖືພາເອົາລູກ ຜູ້ເປັນແມ່ຄວນກວດສຸຂະພາບຮ່າງກາຍຢ່າງລະອຽດກ່ອນ ເພື່ອສຸຂະພາບທີ່ແຂງແຮງຂອງລູກ ແລະ ຫຼຸດຄວາມສ່ຽງການສູນເສຍຕ່າງໆ

ທີ່ມາຈາກ: https://th.theasianparent.com

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!