spot_img
Homeຂ່າວຕ່າງປະເທດແມ່ຍິງຊາວຟໍຣິດາຖືກລູກນ້ອຍອາຍຸສາມປີໃຊ້ປືນຍິງເສຍຊີວິດ

ແມ່ຍິງຊາວຟໍຣິດາຖືກລູກນ້ອຍອາຍຸສາມປີໃຊ້ປືນຍິງເສຍຊີວິດ

Published on

ແຫຼ່ງຂ່າວ CNN ລາຍງານ: ນາງ ຊາມາຢາ ລິນ, ໄວ 21 ປີ ອາໄສຢູ່ໃນລັດຟໍຣິດາ, ສະຫະລັດອາເມລິກາ ຖືກເດັກນ້ອຍໄວສາມປີເຊິ່ງແມ່ນລູກຂອງນາງເອງຍິງເຂົ້າທີ່ຫົວເຮັດໃຫ້ເສຍຊີວິດຄາທີ່ ຂະນະກຳລັງປະຊຸມເລື່ອງວຽກທາງອອນລາຍ.

ເຈົ້າໜ້າທີ່ຕຳຫຼວດໃນລັດຟໍຣິດາກ່າວວ່າ: ເຫດການດັ່ງກ່າວເກີດຂຶ້ນໃນອາທິດຜ່ານມາ, ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງທ່ານໜຶ່ງຜ່ານສາຍດ່ວນ 911, ທາງເຈົ້າໜ້າທີ່ໄດ້ຮີບຮ້ອນເດີນທາງໄປຍັງຈຸດເກີດເຫດທັນທີ ພ້ອມພະຍາຍາມໃຫ້ຄວາມຊ່ວຍເຫຼືອແມ່ຍິງຜູ້ເຄາະຮ້າຍ ແຕ່ກໍບໍ່ສາມາດຢື້ເອົາຊີວິດນາງໄວ້ໄດ້, ຂະນະທີ່ຜູ້ເຂົ້າຮ່ວມປະຊຸມອອນລາຍຮ່ວມກັບຜູ້ເຄາະຮ້າຍກໍຢືນຢັນເປັນສຽງດຽວກັນວ່າ ພວກຕົນໄດ້ຍິນສຽງປືນດັງຂຶ້ນໜຶ່ງນັດ ແລ້ວນາງ ຊາມາຢາ ລິນ ກໍລົ້ມລົງກັບພື້ນແລ້ວພາບຂອງເດັກນ້ອຍໄວສາມປີກໍປາກົດຕົວຢູ່ເບື້ອງຫຼັງຂອງຜູ້ເຄາະຮ້າຍ.

ເຈົ້າໜ້າທີ່ຕຳຫຼວດຄາດການວ່າ ເດັກນ້ອຍຄົນດັ່ງກ່າວອາດຈະຄົ້ນຫາເຄື່ອງຫຼິ້ນກ່ອນຈະພົບປືນທີ່ບັນຈຸລູກປືນປະໄວ້ໃນຈຸດໃດໜຶ່ງ ຂອງຫ້ອງພັກກ່ອນຈະເກີດເຫດການບໍ່ຄາດຄິດນັ້ນ, ຂະນະທີ່ເຈົ້າໜ້າທີ່ໄອຍະການຍັງບໍ່ສາມາດໃຫ້ຄວາມເຫັນໃດໆກ່ຽວກັບການສືບສວນ-ສອບສວນທີ່ກຳລັງດຳເນີນການຢູ່.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...