ແມ່ຊາວຈີນຍ່າງເລາະຊື້ເຄື່ອງຢູ່ດີໆເກີດລູກກະທັນຫັນ

ເວັບໄຊຂ່າວຈີນ ໂຊຫູ ລາຍງານຈາກມົນທົນກວາງຕຸ້ງ ປະເທດຈີນ ເມື່ອວັນທີ 5 ກັນຍາ 2017 ທີ່ຜ່ານມາ ມີແມ່ມານທ້ອງແກ່ຄົນໜຶ່ງໃນເມືອງ ຫຍຸນຝູ ໃນມົນທົນກວາງຕຸ້ງ ທາງພາກໃຕ້ຂອງຈີນ ຍ່າງຊື້ເຄື່ອງຢູ່ດີໆ ເກີດເຫດ ການຖົງນ້ຳຄາວປາແຕກເຮັດໃຫ້ເກີດລູກອອກມາກະທັນຫັນກາງຖະໜົນ ຊາວບ້ານທີ່ຢູ່ໃນບໍລິເວນນັ້ນໄດ້ພາກັນເຂົ້າມາຊ່ວຍ ແລະ ໂທຫາເຈົ້າໜ້າທີ່ແພດມາຊ່ວຍເຫຼືອໄວ້ໄດ້ທັນ ຫຼັງຈາກເກີດລູກອອກມາທັງແມ່ ແລະ ລູກປອດໄພ ມີສະພາບຮ່າງກາຍແຂງແຮງດີ

https://youtu.be/4tF8oMHVHOI