spot_img
Homeຂ່າວຕ່າງປະເທດແມ່ຄົນອິນເດຍເກີດລູກແຝດໂຕຕິດກັນ ໝໍຢືນຢັນຍັງມີຫວັງຜ່າຕັດແຍກ ຊ່ວຍທັງສອງຊີວິດໄດ້

ແມ່ຄົນອິນເດຍເກີດລູກແຝດໂຕຕິດກັນ ໝໍຢືນຢັນຍັງມີຫວັງຜ່າຕັດແຍກ ຊ່ວຍທັງສອງຊີວິດໄດ້

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ພະຈິກຜ່ານມາວ່າ ມີແມ່ຍິງຄົນໜຶ່ງ ເປັນຄົນອິນເດຍ ໄດ້ເກີດລູກເປັນຝາແຝດຊາຍ ເຊິ່ງຕົນໂຕຕິດກັນໃນບໍລິເວນທ້ອງ, ເຊິ່ງເດັກອີກຄົນໜຶ່ງບໍ່ມີລຳໂຕ, ບໍ່ມີຂາ ເຊິ່ງຍັງມີລະບົບພາຍໃນ ທີ່ມີການເຊື່ອມກັນແບບຊັບຊ້ອນ ເຮັດໃຫ້ທ່ານໝໍ ມີຄວາມຍາກທີ່ຈະຜ່າຕັດອອກຈາກກັນ

%e0%bb%81%e0%ba%9d%e0%bb%8123

ສຳລັບເດັກນ້ອຍແຝດຄູ່ນີ້: ເດັກນ້ອຍຄົນທຳອິດມີສະພາບທີ່ສົມບູນ, ສ່ວນຝາແຝດນັ້ນ ບໍ່ມີຂາ ແລະອະໄວຍະວະເພດ ໂດຍທີ່ທັງສອງມີຫົວໃຈ ແລະປອດເປັນຂອງຕົນເອງ ແຕ່ໃຊ້ຕັບ ລວມເຖິງລະບົບທາງເດີນອາຫານ ແລະລະບົບເລືອດຮ່ວມກັນ, ແນວໃດກໍຕາມ ທາງທີມແພດໝໍ ຢືນຢັນວ່າ ມີໂອກາດສູງ ທີ່ຈະສາມາດຜ່າຕັດແຍກທັງສອງ ອອກຈາກກັນໄດ້, ເພາະທັງສອງບໍ່ໄດ້ໃຊ້ຫົວໃຈຮ່ວມກັນ ແຕ່ຂັ້ນຕອນໃນຕອນນີ້ ຄືຖ້າໃຫ້ເດັກນ້ອຍຢູ່ໃນສະພາວະຄົງທີ່ ຈຶ່ງຈະເລີ່ມການຜ່າຕັດ ເຊິ່ງອາດຕ້ອງໃຊ້ໄລຍະເວລາທີ່ດົນນານ ແລະຕ້ອງມີການວາງແຜນຜ່າຕັດທີ່ຊັບຊ້ອນ

ສຳລັບຝາແຝດທີ່ເກີດມາໂຕຕິດກັນ ເກີດຈາກຄວາມຊ້າໃນຂະບວນການແຍກໂຕ ຂອງເດັກນ້ອຍໃນທ້ອງ ໂດຍຝາແຝດເຫຼົ່ານີ້ ຈະເກີດຂຶ້ນໂດຍຢືດໜຶ່ງຄົນທີ່ສົມບູນ ແຕ່ໃນສ່ວນທີ່ແຍກໂຕບໍ່ສຳເລັດ ກໍຈະມີຮູບຮ່າງທີ່ຜິດລັກສະນະເຊື່ອມຕິດມານຳກັນແບບນີ້

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...