ແມນ ຊິຕີ ສະຫຼອງແຊ໋ມພຣີເມຍລີກສະໄໝທີ 4

ປິດສາກໄປແລ້ວສຳລັບການແຂ່ງຂັນເຕະບານພຣີເມຍລີກອັງກິດປະຈຳລະດູການ 2018-2019 ຫຼັງຈາກທີ່ທີມ ແມນ ຊິຕີ ບຸກໄປຊະນະ ໄບຣຕັນ ເຖິງຖິ່ນດ້ວຍຜົນການແຂ່ງຂັນ 4-1 ປະຕູ ເກັບ 3 ຄະແນນສຳຄັນໄດ້ສຳເລັດ ທັງນີ້ ເຮັດໃຫ້ ແມນ ຊິຕີ ມີຄະ ແນນລວມຢູ່ທີ່ 98 ຄະແນນ ຂຶ້ນແຊງທີມລິເວີຣພູລພຽງ 1 ຄະແນນ (97 ຄະແນນ) ສົ່ງຜົນໃຫ້ທີມ ແມນ ຊິຕີ ຄວ້າແຊ໋ມພຣີ ເມຍລີກໄປຄອງເປັນສະໄໝທີ 4 ໄດ້ສຳເລັດ ນອກຈາກນີ້ ທີມແມນ ຊິຕິ ກໍຍັງເຫຼືອໂປຣແກຣມຊີງແຊ໋ມອີກ 1 ລາຍການນັ້ນກໍຄື FA CUP ຊຶ່ງຈະພົບກັບທີມ ວັຕຟອຣດ ແລະ ຖ້າຫາກ ແມນ ຊິຕີ ສາມາດຄວ້າແຊ໋ມລາຍການນີ້ໄດ້ກໍຈະເຮັດໃຫ້ ແມນ ຊິຕີ ຄວ້າ ແຊ໋ມໄດ້ 3 ລາຍການຕິດຕໍ່ກັນ.

 

ຮຽບຮຽບ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com