spot_img
Homeຂ່າວພາຍ​ໃນແມນເຊັດເຕີ ຢູໄນເຕັດ ປະກາດຍົກເລີກສັນຍາກັບ ເມສັນ ກຮີນວູດ ຢ່າງເປັນທາງການ

ແມນເຊັດເຕີ ຢູໄນເຕັດ ປະກາດຍົກເລີກສັນຍາກັບ ເມສັນ ກຮີນວູດ ຢ່າງເປັນທາງການ

Published on

ໃນວັນທີ 21 ສິງຫາ 2023 ຜ່ານມາ, ທາງສະໂມສອນບານເຕະ ແມນເຊັດເຕີ ຢູໄນເຕັດ ອອກຖະແຫຼງການແຍກທາງກັບ ເມສັນ ກລີນວູດ ນັກເຕະດາວຣຸ່ງອາຍຸ 21 ປີ ທີ່ເຄີຍມີຄະດີທຳຮ້າຍຮ່່າງກາຍແຟນສາວ.

ໂດຍຕ່າງຝ່າຍຕ່າງທີ່ກ່ຽວຂ້ອງ ລວມທັງກລີນວູດໄດ້ພິຈາລະນາຮ່ວມກັນແລ້ວເຫັນວ່າເປັນເລື່ອງຍາກທີ່ເຂົາຈະໄດ້ຄ້າແຂ່ງຢູ່ກັບສະໂມສອນແມນຢູ ແລະ ມີຄວາມຄິດເຫັນກົງກັນວ່າ ກລີນວູດເອງກໍຄວນຈະຍ້າຍອອກຈາກແມນຢູ ເຊິ່ງເປັນແນວທາງທີ່ດີທີ່ສຸດ ໂດຍຕົວເຂົາເອງໄດ້ຍອມຮັບວ່າເຮັດຜິດ ແລະ ຈະຮັບຜິດຊອບສິ່ງທີ່ເກີດຂຶ້ນ.

ເມສັນ ກລີນວູດໄດ້ເລົ່າວ່າ: ການແຍກທາງກັບແມນຢູ ເປັນການຕັດສິນໃຈລະຫວ່າງສະໂມສອນ, ໂຕເຂົາເອງ ແລະ ຄອບຄົວນັບເປັນທາງອອກທີ່ດີທີ່ສຸດ ໃນການທີ່ໂຕເຂົາຈະສາມາດຫຼິ້ນຢູ່ໃນກິລາບານເຕະອາຊີບອີກ ແລະ ບໍ່ກະທົບຕໍ່ທາງສະໂມສອນ ກລີນວູດໄດ້ກ່າວວ່າ: ຂອບໃຈທີ່ທາງສະໂມສອນທີ່ຊ່ວຍເຫຼືອເຂົາມາຕັ້ງແຕ່ອາຍຸ 7 ປີ ແລະ ແມນຢູເປັນສ່ວນສຳຄັນໃນຊີວິດຂອງເຂົາ ຂອບໃຈສຳລັບກຳລັງໃຈທີ່ມີໃຫ້ກັນຕະຫຼອດ ແລະ ໄດ້ເວລາທີ່ຈະຕອບແທນຄວາມເຊື່ຶອໝັ້ນນັ້ນແລ້ວ ຂ້ອຍຂໍຢືນຢັນວ່າຊິເປັນນັກກິລາເຕະບານທີ່ເກັ່ງກວ່າເກົ່າ, ເປັນພໍ່ທີ່ດີ, ຈະເປັນຄົນທີ່ດີຂຶ້ນ ແລະ ຈະນຳພອນສະຫວັນນີ້ໄປໃຊ້ໃນທາງທີ່ດີ ທັງໃນ ແລະ ນອກສະໜາມ.

ສຳລັບຜົນງານຂອງ ເມສັນ ກລີນວູດ ລົງຫຼິ້ນໃຫ້ກັບສະໂມສອນ ແມນເຊັດເຕີ ຢູໄນເຕັດ 129 ນັດ ຍິງໄປ 35 ປະຕູ, ທັງນີ້ສານຍັງໄດ້ຍົກຟ້ອງຄະດີທຳຮ້າຍຮ່າງກາຍແຟນສາວແລ້ວ ປັດຈຸບັນກລີນວູດ ແລະ ແຟນສາວມີລູກສາວນຳກັນແລ້ວ 1 ຄົນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...