spot_img
Homeຂ່າວພາຍ​ໃນແມນຊິຕີ ຄອງແຊັມ ພຣີເມຍລີກ ອັງກິດ ສະໄໝທີ 4

ແມນຊິຕີ ຄອງແຊັມ ພຣີເມຍລີກ ອັງກິດ ສະໄໝທີ 4

Published on

 

B
ແມນຊິຕີ ສະຫຼອງແຊັມ ພຣີເມຍລີກ ສະໄໝທີ 4.

ແມນເຊັສເຕີ ຊິຕີ ໄດ້ແຊັມພຣີເມຍລີກ ອັງກິດ ລະດູການ 2013-2014 ໄປຄອງໄດ້ສຳເລັດເປັນສະ ໄໝທີ 4 ຫຼັງເອົາຊະນະ ເວດແຮມ ຢູ່ໄນເຕັດ 2-0 ໃນການແຂ່ງຂັນນັດສຸດທ້າຍຂອງບານເຕະ ພຣີເມຍລີກ ອັງກິດ ເມື່ອວັນທີ 11 ພຶດສະພາທີ່ຜ່ານມາ.ຂະນະທີ່ ລິເວີພູລ ໄລ່ບໍ່ທັນ ເຖິງຈະເອົາຊະນະ ນິວຄາສເຊິລ 2-1 ໄປກໍ່ຕາມ.
ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ນັດສຸດທ້າຍຂອງລະດູການ 2013-2014 ເມື່ອວັນທີ 11 ພຶດສະພາທີ່ຜ່ານມາ ທີ່ສະໜາມອິຕິຮັລ ເຊິ່ງ ແມນຊິຕີ ຕ້ອງການພຽງແຕ່ສະເໝີກໍ່ຈະໄດ້ແຊັມທັນທີ ເປີດບ້ານຮັບການມາຢາມຂອງ ເວດແຮມ ໂດຍເຈົ້າບ້ານເອົາຊະນະໄປແບບສະບາຍ 2-0 ຈາກ ຊາເມຍ ນາສຣີ ນາທີໆ 39 ແລະ ແວງຊອງ ກອມປານີ ນາທີ 49.
ຈາກຜົນຂອງການແຂ່ງຂັນສົ່ງຜົນໃຫ້ ແມນຊິຕີ ເກັບເພີ່ມເປັນ 86 ຄະແນນຈາກ 38 ນັດ, ຍິງໄດ້ເຖິງ 102 ປະຕູ ແລະ ເສຍ 37 ປະຕູ ໄດ້ແຊັມລີກສູງສຸດຂອງອັງກິດ ສະໄໝທີ 4 ໂດຍພວກເຂົາໄດ້ແຊັມໃນລະດູການ 1936-1937, 1967-1968, 2011-2012 ແລະ 2013-2014. ນອກນັ້ນ, ຍັງຖືເປັນແຊັມຂັນທີ 2 ຂອງລະດູການນີ້ ຫຼັງໄດ້ແຊັມລີກຄັບ ລາຍການ “ແຄບປິຕອລວັນ ຄັບ” ມາກ່ອນໜ້ານີ້ ເມື່ອຕົ້ນປີ ສ່ວນ ເວດແຮມ ມີ 40 ຄະແນນເທົ່າເດີມຈົບອັນດັບທີ 13 ຂອງຕາຕາລາງ.
ຂະນະທີ່ທີ່ ລິເວີພູລ ຫຼິ້ນໃນບ້ານຂອງຕົນເອງຮັບການມາຢາມຂອງ ນິວຄາສເຊິລ ກັບມາເສືອນເອົາຊະນະໄປແບບຫວຸດຫວິດ 2-1 ຫຼັງຖືກນໍາໄປກ່ອນຈາກ ມາຕິນ ສະເຄິເທລ ເຮັດເຂົ້າປະຕູຂອງຕົນເອງໄປນາທີ 20 ແຕ່ເຄິ່ງຫຼັງເຈົ້າບ້ານໄດ້ 2 ປະຕູຈາກ ດານຽລ ແອ໊ກເກີ ນາທີ 63 ແລະ ມາຕິນ ສະເຕີຣິດ ນາທີ 65 ສົ່ງຜົນໃຫ້ ລິເວີພູລ ມີ 84 ຄະແນນຈາກ 38 ນັດໄດ້ອັນດັບ 2 ພ້ອມກັບສິດໄປແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ໃນລະດູການໜ້າໃນຖານະຮອງແຊັມ ພຣີເມຍລີກ ອັງກິດ.
ສ່ວນ ແມນເຊັສເຕີ ຢູໄນເຕັດ ແຊັມເກົ່າເກັບໄດ້ພຽງ 1 ຄະແນນ ຫຼັງບຸກໄປສະເໝີກັບ ເຊົາແຮມຕັນ ພາດໂອກາດໄດ້ສິດໄປແຂ່ງຂັນ ຢູຟາ ຢູໂຣປາ ລີກ ລະດູການໜ້າ ໄປຢ່າງໜ້າຜິດຫວັງ ຈົບອັນດັບທີ 7 ມີ 64 ຄະແນນ ຕາມຫຼັງ ທ໊ອດແນມ ຮ໊ອດສະເປີ ອັນດັບທີ 6 ມີ 69 ຄະແນນທີ່ໄດ້ສິດໄປແຂ່ງຂັນລາຍການດັ່ງກ່າວ.
ສະຫຼູບຜົນງານໃນ ພຣີເມຍລີກ ອັງກິດ ລະດູການ 2013-2014 ມີດັ່ງນີ້: 4 ທີມທີ່ໄດ້ສິດໄປແຂ່ງຂັນ ຢູຟາ ແຊັມປ້ຽນລີກ ໄດ້ແກ່ ແມນຊິຕີ, ລິເວີພູລ, ເຊລຊີ ແລະ ອາເຊນອລ. 2 ທີມທີ່ໄດ້ສິດໄປແຂ່ງຂັນ ຢູໂຣປາ ລີກ ໄດ້ແກ່ ເອຟເວີຕັນ ແລະ ສະເປີ. 3 ທີມຕົກຊັ້ນໄດ້ແກ່ ນໍຣິຊ ຊິຕີ, ຟູແລັມ ແລະ ຄາດິຟ ຊິຕີ. ສ່ວນ ຮັລ ຊິຕີ ຈົບອັນດັບທີ 16 ມີ 37 ຄະແນນ ແຕ່ໄດ້ສິດໄປແຂ່ງຂັນໃນ ຢູໂຣປາ ລີກ ເປັນທີມທີ່ 3 ເນື່ອງຈາກຜ່ານເຂົ້າຮອບຊີງໃນ ເອຟເອ ຄັບ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...