spot_img
Homeຂ່າວຕ່າງປະເທດແຟນບານຢຽບກັນເສຍຊີວິດຫຼາຍກວ່າ 130 ຄົນໃນສະໜາມເຕະບານອິນໂດເນເຊຍ

ແຟນບານຢຽບກັນເສຍຊີວິດຫຼາຍກວ່າ 130 ຄົນໃນສະໜາມເຕະບານອິນໂດເນເຊຍ

Published on

ເກີດເຫດຢຽບກັນເສຍຊີວິດໃນເດີ່ນກິລາເຕະບານໃນປະເທດອິນໂດເນເຊຍ ເພີ່ມເປັນ 131 ຄົນແລ້ວ ໃນນັ້ນມີຕຳຫຼວດ 2 ຄົນ ທີ່ຖືກແຟນກິລາເຕະບານທຳຮ້າຍຮ່າງກາຍຈົນເສຍຊີວິດ ນີ້ຖືວ່າເປັນຂ່າວຮ້າຍຄັ້ງໃຫຍ່ຂອງໂລກທີ່ເກີດເຫດການແບບນີ້.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຊອງອິນໂດເນເຊຍ ສັ່ງໃຫ້ລະງັບການແຂ່ງຂັນທັງໝົດຂອງລີກບານເຕະຄັ້ງໃຫຍ່ສຸດຂອງປະເທດ ຈົນກວ່າຈະມີການສືບສວນສາເຫດ ແລະ ຜູ້ກະທຳຜິດສຳເລັດ.

ຄວາມວຸ່ນວາຍໃນຄັ້ງນີ້ ເກີດຂຶ້ນຫຼັງຈາກຕຳຫຼວດໄດ້ຕັດສິນໃຈໃຊ້ແກສນ້ຳຕາ ເພື່ອພະຍາຍາມສະຫຼາຍການຈະລາຈອນຂອງແຟນບານເຕະ ທີ່ບຸກລົງມາໃນສະໜາມຫຼັງຈາກທີມອາເຣມາ ເອຟຊີ ໄດ້ເສຍໃຫ້ກັບການແຂ່ງຂັນບານເຕະທີມເພີເຊບາຢາ ສຸຣາບາຢາ ດ້ວຍຄະແນນ 3 ຕໍ່ 2 ໂດຍການແຂ່ງຂັນຈັດຂຶ້ນໃນແຂວງຊະວາ ຕະເວັນອອກ.

ທີມອາເຣມາ ເອຟຊີ ແລະ ທີມເພີເຊບາຢາ ສຸຣາບາຢາ ຖືວ່າເປັນສະໂມສອນບານເຕະຂະໜາດໃຫຍ່ທີ່ສຸດຂອງອິນໂດເນເຊຍ ແລະ ມີຖານແຟນບານຈຳນວນຫຼາຍ.

ເຖິງຢ່າງໃດກໍຕາມເຫດການຄວາມວຸ່ນວາຍທີ່ຄ້າຍຄືກັນນີ້ ໄດ້ເກີດຂຶ້ນຫຼາຍຄັ້ງແລ້ວໃນອິນໂດເນເຊຍ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...