spot_img
Homeຂ່າວຕ່າງປະເທດແພດ-ໝໍ ໃນປະເທດຝຣັ່ງຫຼາຍກວ່າ 3,000 ຄົນ ຖືກສັ່ງພັກວຽກ ຍ້ອນບໍ່ໄດ້ສັກວັກຊີນ

ແພດ-ໝໍ ໃນປະເທດຝຣັ່ງຫຼາຍກວ່າ 3,000 ຄົນ ຖືກສັ່ງພັກວຽກ ຍ້ອນບໍ່ໄດ້ສັກວັກຊີນ

Published on

ໃນວັນທີ 16 ກັນຍາ 2021 ທີ່ຜ່ານມາ ໄດ້ມີລາຍງານວ່າ ບຸກຄະລາກອນໃນການແພດໃນປະເທດຝຣັ່ງປະມານ 3,000 ຄົນ ຖືກສັ່ງໃຫ້ພັກວຽກພາຍຫຼັງທີ່ບໍ່ສາມາດເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 ໄດ້ຕາມທີ່ລັດຖະບານໄດ້ຕັ້ງຂໍ້ກໍານົດໄວ້ໃນວັນທີ 12 ກັນຍາ 2021 ຫາວັນທີ 15 ກັນຍາ 2021.

ຮອງນາຍົກລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດຝຣັ່ງໄດ້ໃຫ້ສໍາພາດກັບທາງສະຖານີວິທະຍຸວ່າ: ບຸກຄະລາກອນທາງການແພດຫຼາຍສິບຄົນຍື່ນໃບລາອອກ ແລະ ມີບຸກຄະລາກອນທາງການແພດອີກຫຼາຍຄົນທີ່ຖືກສັ່ງພັກວຽກຊົ່ວຄາວ.

ນອກຈາກນີ້ປະທານາທິບໍດີຂອງປະເທດຝຣັ່ງຍັງປະກາດວ່າ: ບຸກຄະລາກອນທາງການແພດທັງໝົດ ລວມເຖິງຜູ້ທີ່ຢູ່ໃນໂຮງໝໍ, ສະຖານພະຍາບານ ແລະ ສະຖານທີ່ພັກເຊົາຂອງຜູ້ເຖົ້າ, ພະຍາບານປະຈໍາບ້ານ ຕ້ອງໄດ້ຮັບວັກຊີນຢ່າງຄົບຖ້ວນເພື່ອປ້ອງກັນໂຄວິດ-19 ບໍ່ສະນັ້ນ, ອາດຖືກສັ່ງໃຫ້ຢຸດການປະຕິບັດໜ້າທີ່ ຫຼື ຖືກໄລ່ອອກ. ຈົນເຖິງຕອນນີ້ປະຊາກອນປະມານ 2/3 ຂອງປະເທດຝຣັ່ງໄດ້ຮັບວັກຊີນຄົບຖ້ວນ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...