spot_img
Homeຄວາມງາມແຜ່ນ​ມາສ໌​​ບຳ​ລຸງ​ຜິວ​ແຕ່​ລະ​ແບບ

ແຜ່ນ​ມາສ໌​​ບຳ​ລຸງ​ຜິວ​ແຕ່​ລະ​ແບບ

Published on

01

      ແຜ່ນ​ມາສ໌ ຊ່ວຍບຳ​ລຸງ​ຜິວງ່າຍໆທີ່​ຮອດ​ຮິດ​ທີ່ສຸດ​ໃນ​ເກົາ​ຫລີ ລວມ​ທັງ​ໃນ​ບ້ານເຮົານຳເພາະ​ມື້​ໃດ​ທີ່​ເໜື່ອຍ​ລ້າ​ແລະ​ແສນ​ຈະ​ຂີ້ຄ້ານ ກໍ​ພຽງຈັບ​ແຜ່ນ​ມາສ໌​ເຢັນ​ໆອອກ​ມາ​ຈາກ​ຕູ້​ເຢັນແລ້ວ​ນຳ​ມາ​ມາສ໌​ໃຫ້​ສານ​ບຳ​ລຸງ​ໃນ​ແຜ່ນ​ມາສ໌​​ຊຶມ​ລົງ​ສູ່​ຜິວ​ໄປ​ເລື່ອຍ​ໆງ່າຍໆ ເທົ່າ​ນີ້​ກໍ​ຈະ​ໄດ້​ຜິວ​ງາມ​ໃສ​ ແຜ່ນມາກຍັງ​ມີຫລາຍແບບ​ໃຫ້​ເລືອກ​
ແຜ່ນ​ມາສ໌​ໜ້າ ​ແບບ​ສາວ​ເກົາ​ຫລີ​ມີ​ຫລາຍ​ແບບ​ຫລາຍ​ສູດ​ໃຫ້​ເລືອກ​ໃຊ້ ຈົນ​ບາງ​ທີ​ຈົນ​ເລືອກ​ບໍ່​ຖືກແຕ່​ແຜ່ນ​ມາສ໌​ກ​ຂອງ​ເກົາ​ຫລີ​ສ່ວນ​ໃຫຍ່​ຈະ​ປະສົມ​ສານ​ບຳ​ລຸງ​ຜິວ​ຈາກ​ທຳມະຊາດ ຢ່າ​ງສະ​ມຸນ​ໄພ​ໂສມ ​ຂອງ​ເກົາ​ຫລີ ແລະ​ ພືດ​ຊະນິດ​ອື່ນ​ອີກ​ຫລວງຫລາຍ​ທີ່​ມີ​ປະໂຫຍດ​ຕໍ່​ຜິວ ເວລາ​ວາງ​ແຜ່ນ​ມາສ໌​ລົງໄປ​ເທິງ​ໜ້າ​ແລ້ວ ໃຫ້​ປະໄວ້​ປະມານ5-10 ນາ​ທີຈາກ​ນັ້ນ​ເມື່ອ​ນຳ​ແຜ່ນ​ມາສ໌​​ອອກ​ແລ້ວ​ຢ່າ​ຟ້າວ​​ລ້າງ​ໜ້າ​ທັນ​ທີແຕ່​ໃຫ້​ນວດ​ຜິວ​ໜ້າ​ເບົາໆ ເພື່ອ​ໃຫ້​ສານ​ບຳ​ລຸງ​ທີ່​ຢູ່​ເທິງ​ໃບ​ໜ້າ​ໃຫ້​ຊຶມ​ຊາບ​ລົງ​ສູ່​ຜິວ​ໃຫ້​ໝົດຈະ​ເຮັດ 2 ຄັ້ງ​ຕໍ່​ອາທິດ ​ຫລື ​ມື້​ເວັ້ນ​ມື້​ກໍ​ໄດ້​
-ແຜ່ນ​ມາສ໌​ກ້ອງຕາ ຄົນ​ເຮັດວຽກ​ໜັກ​ຈົນ​ນອນ​ດຶກ​ ຈົນ​ກ້ອງ​ຕາ​ຄ້ຳ​ເປັນ​ໝີ​ແພນ​ດ້າ ກໍ​ຄວນ​ບຳ​ລຸງ​ຮອບ​ດວງ​ຕາ​ດ້ວຍ​ແຜ່ນ​ມາສ໌​​ ແຕ່​ບໍ່​ຕ້ອງ​ສົງ​ໄສ​ວ່າ​ຈະ​ເອົາ​ມາສ໌​​ໜ້າ​ມາ​ມາສ໌​ກ​ກ້ອງ​ຕາ​ໄດ້​ແນວໃດ ເພາະ​ດ໋ຽວ​ນີ້​ມີ​ແຜ່ນ​ມາສ໌​​ສຳຫຣັບກ້ອງ​ຕາ ທີ່​ມີ​ຄວາມ​ໂຄ້ງ​ຮັບ​ກັບ​ຮູບ​ດວງ​ຕາ​ມາ​ຂາຍ​ໂດຍ​ສະເພາະ ລອງ​ເລືອກ​ມາ​ໃຊ້​ເພື່ອ​ປັບ​ໃຫ້​ຜິວ​ຮອບ​ດວງ​ຕາ​ສົດ​ໃສ​ຂາດ​ຄວາມ​ໝອງ​ຄ້ຳ​ກັນ​
-ແຜ່ນ​ມາສ໌​ປາກ ຫາກ​ຕ້ອງ​ການ​ມີ​ຮີມສົບ​​ນຸ່ມ​ຊຸ່ມ​ຊື້ນ​ໜ້າ​ສຳພັດ ພຽງທາ​ລິບ​ບາລ໌​ມ​ບຳ​ລຸງ​ຢ່າງ​ດຽວ​ຄົງ​ບໍ່​ພໍ ແຕ່​ຄວນ​ໃຊ້​ແຜ່ນ​ມາສ໌​ສຳຫລັບ​ປາກ​ໂດຍ​ສະເພາະ ມາສ໌​​ປາກ​ປະ​ໄວ້​ປະມານ 15-20 ນາ​ທີພຽງ​ເທົ່າ​ນີ້​ຄວາມ​ແຫ້ງ​ກ້ານ​ຂອງ​ຮິມ​ສົບ​ທີ່​ມີ​ກໍ​ຈະ​ໝົດ​ໄປ ກັບ​ກາຍ​ເປັນ​ໄດ້​ຮິມສົບ​ປາກ​ຊຸ່ມ​ຊື້ນ​ມາ​ແທນ

-ແຜ່ນ​ມາສ໌​​ບຳ​ລຸງ​ເລັບ ເຖິງວ່າ​ເລັບ​ຈະ​ເປັນ​ສ່ວນ​ທີ່​ຄົນ​ພາຍນອກ​ບໍ່​ໄດ້​ສັງເກດ​ເທົ່າໃດ ແຕ່​ເລັບ​ທີ່​ແຫ້ງ​​ບໍ່​ໄດ້ຮັບ​ການ​ບຳ​ລຸງ​ກໍ​ອາດ​ເຮັດໃຫ້​ຄົນ​ອື່ນ​ຄິດວ່າ​ເຈົ້າ​ເຖົ້າກວ່າ​ໄວ​ໄດ້​ ທາງ​ທີ່​ດີ​ມາ​ມາສ໌​​ບຳ​ລຸງ​ເລັບ​ແບບ​ສາວ​ເກົາ​ຫລີ​ກັນ​ ໂດຍ​ມາສ໌​​ເຫລັບ​ຈະ​ມາ​ໃນ​ແບບ​ຄ້າຍ​ຖົງ​ມື ໃຫ້​ເຈົ້າ​ສອດ​ນິ້ວ​ເຂົ້າໄປ​ໄດ້​ເລີຍ​ແລ້ວ​ປະ​ເອົາ​ໄວ້ ສານ​ບຳ​ລຸງ​ຈະ​ຊ່ວຍ​ໃຫ້​ເລັບ​ທີ່​ແຫ້ງ​ກັບ​ຊຸ່ມ​ຊື້ນ​ໃນ​ພິບ​ຕາ ຫາກ​​ຂີ້ຄ້ານ​ພົກ​ພາຄີມ​ທາ​ມື​ໃຫ້​ຫຍຸ້ງຍາກກໍ​ໃຊ້​ວິທີ​ນີ້​ຄັກ​ຫລາຍ​
-ແຜ່ນ​ມາສ໌​ອົບ​ດວງ​ຕາ ເມື່ອ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ ຜູ້​ຍິງຫລາຍ​ຄົນ​ອາດ​ກັງ​ວົນ​ວ່າ​ຈະ​ເກີດ​ຣິ້ວ​ຮອຍ​ຮອບ​ດວງ​ຕາ​ກັນ​ແລ້ວ​ ສະ​ນັ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຮິ້ວ​ຮອຍ​ເຫລົ່າ​ນັ້ນ​ ໃຫ້​ມາສ໌​ອົບ​ດວງ​ຕາ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຕໍ່​ຕ້າ​ນອະ​ນຸ​ມູນ​ອິດສະຫລະ​ມາ​ມາສ໌​ ຈະ​ຊ່ວຍ​ເຮັດໃຫ້​ດວງ​ຕາ​ຂອງ​ຊຸ່ມ​ຊື້ນ​ສົດ​ໃສ​ຂາດ​ຣິ້ວ​ຮອຍ​ຫລາຍ​ ບໍ່​ແປກ​ໃຈ​ເລີຍ​ທີ່​ສາວ​ເກົາ​ຫລີ​ຫລາຍ​ຄົນ​ເບິ່ງ​ໜ້າ​ອ່ອນ​ກວ່າ​ໄວ ເພາະ​ກ້ອງຕາ​ພວກ​ເຂົາ​ບໍ່​ມີ​ຣິ້ວ​ຮອຍ​ນີ້​ເອງ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...