spot_img
Homeຂ່າວຕ່າງປະເທດແຜ່ນ​ດິ​ນ​ໄຫວຂະ​ໜາດ 6.9 ​ໃກ້​ໝູ່​ເກາະ​ໂຊ​ໂລມອນ ບໍ່​ມີ​ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ!

ແຜ່ນ​ດິ​ນ​ໄຫວຂະ​ໜາດ 6.9 ​ໃກ້​ໝູ່​ເກາະ​ໂຊ​ໂລມອນ ບໍ່​ມີ​ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ!

Published on

EyWwB5WU57MYnKOuXxzvYFn39rr2eFwgYSSNn3mh1JwGQxhi24fAbu

ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6.9 ແມັກ​ນິ​ຈູດ ໃກ້​ກັບ​ໝູ່​ເກາະ​ໂຊ​ໂລມອນ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້ ແຕ່​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ ແລະ ບໍ່​ທັນ​ມີ​ປະ​ກາດ​ເຕືອນ​ໄພ​ຄື່ນ​ຍັກ​ສຶ​ນາ​ມິ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ ໃນ​ວັນ​ທີ 21 ພຶດ​ສະ​ພາ​ນີ້​ວ່າ ເມື່ອ​ເວ​ລາ​ປະ​ມານ 5:48 ນາ​ທີ ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ​ມື້​ນີ້ ໄດ້​ເກີດ​ເຫດ​ແຜ່ນ​ດິນ​ໄຫວ ວັດ​ແທກ​ຄວາມ​ແຮງ​ໄດ້ລະ​ດັບ 6.9 ແມັກ​ນິ​ຈູດ ໃນ​ທະ​ເລ​ໃກ້​ກັບ​ໝູ່​ເກາະ​ໂຊ​ໂລມອນ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້ ໂດຍ​ຈຸດ​ສູນ​ກາງ​ແຜ່ນ​ດິນ​ໄຫວ ມີ​ຄວາມ​ເລິກ​ພຽງ 10 ກິ​ໂລ​ແມັດ ຢູ່​ຫ່າງ​ຈາກ​ເມືອງ​ລາ​ຕາ ເມືອງ​ເອກ​ຂອງ​ແຂວງ​ເຕ​ໂມ​ຕູ ເທິງ​ເກາະ​ເນນ​ໂດ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 178 ກິ​ໂລ​ແມັດ.

ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ນີ້ ແມ່ນ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຫລວງ​ໂຮ​ເນຍ​ຣາ ເມືອງ​ຫລວງ​ຂອງ​ໝູ່​ເກາະ​ໂຊ​ໂລມອນ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ ປະ​ມານ 489 ກິ​ໂລ​ແມັດ ເຊິ່ງ​ໃນ​ເບື້ອງ​ຕົ້ນ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ຄວາມ​ເສຍ​ຫາຍ ຈາກ​ຜົນ​ກະ​ທົບ​ດັ່ງ​ກ່າວ ແລະ ບໍ່​ມີ​ການ​ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ​ແຕ່​ຢ່າງ​ໃດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...