spot_img
Homeຂ່າວຕ່າງປະເທດແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ລ່າ​ສຸດ ເສຍ​ຊີ​ວິດ 68 ຄົນ ບາດ​ເຈັບຫລາຍ​ກ່​ວາ 1 ພັນ​ຄົນ!

ແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ລ່າ​ສຸດ ເສຍ​ຊີ​ວິດ 68 ຄົນ ບາດ​ເຈັບຫລາຍ​ກ່​ວາ 1 ພັນ​ຄົນ!

Published on

PRAKASH01

ແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ມື້​ວານ​ນີ້ ລ່າ​ສຸດ​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 68 ຄົນ ບາດ​ເຈັບ 1,261 ຄົນ ພ້ອມ​ກັນນັ້ນ ຢູ່​ປະ​ເທດ​ອິນ​ເດຍ ຍັງ​ມີ​ຜູ້​ເສຍ​ຊີ​ວິດ​ອີກ 17 ຄົນ ໃນ​ຂະ​ນະ​ທີ່​ປະ​ເທດ​ຈີນ ແຮງ​ສັ່ນ​ສະ​ເທືອນ​ໄດ້​ກໍ່​ໃຫ້​ເກີດ​ດິນ​ຖະ​ຫລົ່ມ ທັບ​ຖົມ​ລົດ​ຂອງ​ປະ​ຊາ​ຊົນ​ ແລະ ຖະ​ໜົນ​ຫົນ​ທາງ​ຖືກ​ຕັດ​ຂາດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ໄດ້​ລາຍ​ງານ​ເຫດ​ການ​ລ່າ​ສຸດ​ໃນ​ມື້​ນີ້​ (13 ພຶດ​ສະ​ພາ) ວ່າ ເຫດ​ແຜ່ນ​ດິນ​ໄຫວ​ຮອບ 2 ຢູ່​ເນ​ປານ ຂະ​ໜາດ 7.3 ແມັກ​ນິ​ຈູດ ໃນ​ມື້​ວັນ​ທີ 12 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ແມ່ນ​ເຈົ້າ​ໜ້າ​ທີ່​ໄດ້​ຮັບ​ລາຍ​ງານ​ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ແລ້ວ ຮອດ​ປັດ​ຈຸ​ບັນ​ແມ່ນ​ມີ​ຈຳ​ນວນ 68 ຄົນ ແລະ ບາດ​ເຈັບ​ອີກ 1,261 ຄົນ ເຊິ່ງ​ໃນ​ນັ້ນ​ຢູ່​ປະ​ເທດ​ອິນ​ເດຍ ແຮງ​ສັ່ນ​ສະ​ເທືອນ​ໄດ້​ກໍ່​ໃຫ້​ເກີດ​ມີ​ຜູ້​ບາດ​ເຈັບ​ອີກ​ຢ່າງ​ໜ້ອຍ 17 ຄົນ.

ທັງ​ນີ້ ແຮງ​ສັ່ນ​ສະ​ເທືອນ​ດັ່ງ​ກ່າວ ຍັງ​ສົ່ງ​ຜົນ​ກະ​ທົບ​ໄປ​ເຖິງ​ເຂດ​ຊາຍ​ແດນ​ຈີນ ທີ່​ຕິດ​ກັບ​ປະ​ເທດ​ເນ​ປານ ເຮັດ​ໃຫ້​ມີ​ດິນ​ຖະ​ຫລົ່ມ​ລົງ​ມາ ທັບ​ຖົມ​ລົດ​ຂອງ​ປະ​ຊາ​ຊົນ ໂດຍ​ມີ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ອີກ 1 ຄົນ ຖະ​ໜົນ​ຫົນ​ທາງ​ບາງ​ສາຍໃນ​ພື້ນ​ທີ່ ກໍ​ຖືກ​ຕັດ​ຂາດ​ອີກ​ດ້ວຍ.

Lance01

Lance02

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...