spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວອີກຄັ້ງໃນຕວັກກີ ສ້າງຄວາມເສຍຫາຍເພີ່ມຂຶ້ນຈາກແຜ່ນດິນໄຫວຄັ້ງກ່ອນ

ແຜ່ນດິນໄຫວອີກຄັ້ງໃນຕວັກກີ ສ້າງຄວາມເສຍຫາຍເພີ່ມຂຶ້ນຈາກແຜ່ນດິນໄຫວຄັ້ງກ່ອນ

Published on

ເກີດແຜ່ນດິນໄຫວອີກຄັ້ງ ໃນວັນຈັນທີ 20 ກຸມພາ ທີ່ຜ່ານມາ ວັດລະດັບໄດ້ 6,4 ຣິກເຕີ ສັ່ນສະເທືອນໃນແຂວງຫວັດຮາເຕ ພາກໃຕ້ຂອງຕວັກກີ ແລະ ພາກເໜືອຂອງຊີເຣຍ ເຮັດໃຫ້ຜູ້ເສຍຊີວິດມີ 3 ຄົນ ໃນຂະນະທີ່ແຜ່ນດິນໄຫວຄັ້ງວັນທີ 6 ກຸມພາ ເຮັດໃຫ້ຜູ້ເສຍຊີວິດໄປແລ້ວ ເກືອບ 45.000 ຄົນ.

ໂດຍສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ ລະບຸວ່າ ໄດ້ເກີດແຜ່ນດິນໄຫວ 6,8 ຣິກເຕີໃນວັນທີ 20 ກຸມພາ ເວລາ 20:04 ໂມງ ຕໍ່ມາພຽງ 2 ນາທີ ກໍເກີດແຜ່ນດິນໄຫວອີກຄັ້ງ ລະດັບ 5,8 ຣິກເຕີ.

ລັດຖະມົນຕີກະຊວງພາຍໃນຂອງຕວກກີ ເປີດເຜີຍວ່າ ມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 213 ຄັນ ຜົນມາຈາກແຜ່ນດິນໄຫວຮອບໃໝ່ໃນຕວັກກີ ສ່ວນຊີເຣຍລະບຸວ່າມີຄົນບາດເຈັບຫຼາຍກວ່າ 130 ຄົນ ແລະ ເຮັດໃຫ້ອາຄານທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນຖະຫຼົ່ມລົງມາອີກ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...