spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຢູ່ຍີ່່ປຸຸນ ຂະນາດ 7.3 ປະກາດເຕືອນສຶນາມິ

ແຜ່ນດິນໄຫວຢູ່ຍີ່່ປຸຸນ ຂະນາດ 7.3 ປະກາດເຕືອນສຶນາມິ

Published on

ອີງຕາມການລາຍງານຂ່າວຂອງສໍານັກຂ່າວຕ່າງປະເທດ ວັນທີ 22 ພະຈິກວ່າ: ເມື່ອເວລາ 03: 59 ນາທີ ເກີດແຜ່ນດິນໄຫວ ບໍລິເວນໃກ້ແຄມຝັ່ງທາງດ້ານຕາເວັນອອກຂອງເກາະຮອນຊູ ປະເທດຍີ່ປຸ່ນ ທີ່ເສັ້ນຂະໜານ 37.38 ອົງສາເໜືອ, ເສັ້ນແວງທີ່ 141.36 ອົງສາຕະເວັນອອກ ຂະນາດ 3.7 ຄວາມເລິກປະມານ 10 ກິໂລແມັດ.

ມີລາຍງານວ່າ: ມີການປະກາດເຕືອນໄພສຶນາມິ ໃຫ້ຄົນທີ່ຢູ່ໃກ້ແຄມຝັ່ງຍ້າຍຂຶ້ນທີ່ສູງ ໂດຍ ຈ. ຟຸຄຸຊິມ່າ ໃຫ້ອົບພະຍົບທັນທີ ແລະມີປະກາດເຕືອນສຶນາມິເພີ່ມຂຶ້ນທີ່ໝູ່ເກາະໂອຊິມ່າ ກຸງໂຕກຽວ ບໍລິເວນແຄມຝັ່ງທະເລມະຫາສະໝຸດປາຊິຟິກທັ້ງໝົດ ຕັ້ງແຕອາໂອໂມຣິເຖິງຊິບະ.

ຂະນະທີ່ສໍານັກຂ່າວຊີເອັນເອັນ ລາຍງານເພີ່ມເຕີມອີກວ່າ: ຈຸດສູນກາງແຜ່ນດິນໄຫວຄັ້ງນີ້ຢູ່ໃກ້ຄຽງ ເຫດການແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດຂອງປະເທດຍີ່ປຸ່ນ ເມື່ອວັນທີ 11 ມີນາ 2011.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...