spot_img
Homeເກັບຕົກ-ເລື່ອງແປກແບ້ປະຫຼາດທີ່ຫາເບິ່ງໄດ້ຍາກເກີດທີ່ອິນເດຍ

ແບ້ປະຫຼາດທີ່ຫາເບິ່ງໄດ້ຍາກເກີດທີ່ອິນເດຍ

Published on

ເວັບໄຊເອັມດີທີວີ ລາຍງານເລື່ອງລາວຂອງລູກແບ້ທີ່ເກີດມາຜິດປົກກະຕິມີຕາດຽວ, ຫູດຽວ ໜ້າຕາຜິດສ່ວນ ໃນໝູ່ບ້ານທີ່ລັດ ອັສສຳ ປະເທດອິນເດຍ ແຕ່ກັບຍັງມີຊີວິດລອດຈົນຮອດທຸກມື້ນີ້ ແທນທີ່ຈະຕາຍຕັ້ງແຕ່ກຳເນີດແລ້ວ ເຮັດໃຫ້ຊາວບ້ານແຫ່ກັນໄປເບິ່ງ ແລະ ລືວ່າມັນປະຕິຫານແທ້ໆ

ທ້າວ ມຸກຫຸຣິ ດາສ ເຈົ້າຂອງແບ້ໃຫ້ສຳພາດວ່າ “ຂ້ອຍເຖິງກັບຊັອກ ມັນຄືປະຕິຫານ ຜູ່ຄົນແຫ່ມາບ່ອນນີ້ເພື່ອຈະມາເບິ່ງແບ້ໂຕນີ້” ກ່ອນກ່າວຢືນຢັນວ່າ ເປັນໜ້າທີ່ຂອງຕົນທີ່ຈະລ້ຽງດູແບ້ໂຕນີ້ ໃຫ້ຄືກັບແບ້ທຳມະດາໂຕອື່ນໆ

ທ້າວ ດາສ ເຊື່ອອີກວ່າ ການເກີດມາຂອງແບ້ໂຕນີ້ຈະນຳໂຊກມາສູ່ຄອບຄົວ ອາດເປັນປະສົງຂອງພຣະເຈົ້າທີ່ເຮັດໃຫແບ້ມາເກີດທີ່ເຮືອນຂອງຕົນ ເພາະຕອນນີ້ມີຊາວບ້ານແຫ່ກັນມາເບິ່ງເປັນຈຳນວນຫຼາຍ ແລະ ເຮັດໃຫ້ຄອບຄົວມີຊື່ສຽງ.

ດ້ານຜູ້ຊ່ຽວຊານກ່າວວ່າ ແບ້ທີ່ເກີດມາລັກສະນະນີ້ເພາະມີອາການຕິດເຊື້ອທີຮຽກວ່າ ຟຊໂລປ້ຽນຂອງເອັມບຣິໂອບໍ່ສາມາດແບ່ງເບົ້າຕາອອກເປັນສອງເບົ້າຢ່າງເໝາະສົມ 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...