spot_img
Homeຂ່າວ​ໄອ​ທີແນະນຳແອັບ MX Player ສຳລັບໃຊ້ໄວ້ເບິ່ງຮູບເງົາ, ວີດີໂອແບບຄົບຊຸດ ພ້ອມຮອງຮັບພາສາລາວ!!

ແນະນຳແອັບ MX Player ສຳລັບໃຊ້ໄວ້ເບິ່ງຮູບເງົາ, ວີດີໂອແບບຄົບຊຸດ ພ້ອມຮອງຮັບພາສາລາວ!!

Published on

​MX Player ເປັນແອັບພິເຄຊັ່ນໃນການຮັບຊົມຮູບເງົາເທິງມືຖືບໍ່ວ່າຈະເປັນໄຟລ໌ນາມສະກຸນຊະນິດໃດກໍສາມາດຮອງຮັບໄດ້ເຊັ່ນ: .3gp .avi .divx .f4v .flv .mkv .mp4 .mpeg .mov .vob .wmv .webm .xvid ແລະອື່ນໆ. ໃນສ່ວນຂອງ Subtitle ຫຼື ຄຳບັນຍາຍນັ້ນກໍຮອງຮັບໄດ້ຫຼາກຫຼາຍຮູບແບບເຊັ່ນ:

– DVD, DVB, SSA/ASS Subtitle tracks.

– SubStation Alpha(.ssa/.ass) with full styling.

– SAMI(.smi/.sami) with ruby tag support.

– SubRip(.srt)

– MicroDVD(.sub/.txt)

– SubViewer2.0(.sub)

– MPL2(.mpl/.txt)

– PowerDivX(.psb/.txt)

– TMPlayer(.txt)

ສຳລັບໃຜທີ່ສົນໃຈກໍສາມາດເຂົ້າໄປໂຫຼດເວີຊັ່ນຟຣີແຖມໂຄສະນາໄດ້ເລີຍທີ່ Playstore ຫຼືຕາມລິ້ງດ້ານລຸ່ມນີ້:

MX Player ແອັບເບິ່ງຮູບເງົາ ຮອງຮັບພາສາລາວ

ຫຼືໃຜທີ່ຢາກສະໜັບສະໜູນນັກພັດທະນາກໍສາມາດຊື້ເວີຊັ່ນ Pro ໄດ້

MX Player Pro ແອັບເບິ່ງຮູບເງົາ ຮອງຮັບພາສາລາວ

**ສຳລັບການປ່ຽນພາສາເປັນພາສາລາວສາມາດປ່ຽນໄດ້ງ່າຍໆໂດຍການຕັ້ງຄ່າດັ່ງນີ້:

ກົດ 3 ຈຸດທີ່ມຸມຂວາເທິງ –> Settings –> General –> Language –> ແລ້ວເລຶ່ອນລົງມາດ້ານລຸ່ມຈະເຫັນພາສາລາວໃກ້ພາສາໄທ

ສຳລັບຜົນງານການແປໃນແອັບນີ້ຜູ້ຂຽນແມ່ນເປັນຜູ້ແປເອງ ແຕ່ເນື່ອງຈາກບັນຫາບໍ່ສາມາດໃຊ້ facebook ເຂົ້າໄດ້ເລີຍບໍ່ສາມາດໄປປັບປຸງແລະແກ້ໄຂພາສາໃນໂຕແອັບໄດ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...