ຂ່າວພາຍໃນ

ຂ່າວຕ່າງປະເທດ

ຂ່າວທ່ອງທ່ຽວ

ຂ່າວບັນເທິງ

ຂ່າວໄອທີ

ອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

ປັດຈຸບັນ ມີໄພຄຸກຄາມຈາກການຫຼອກລວງທາງນັບມື້ນັບຫຼາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະໂຫຍດຈາກຊ່ອງຫວ່າງຂອງແອັບທະນາຄານເພື່ອໂອນເງິນອອກບັນຊີໃຫ້ບໍ່ເປັນຕາສົງໃສ. ກໍລະນີຜູ້ເສຍຫາຍຈາກການຖືກຫຼອກລວງຄົນໜຶ່ງໄດ້ກ່າວວ່າ: ເງິນຫຼາຍກວ່າ 15 ລ້ານຖືກໂອນອອກໂດຍທີ່ຕົນເອງບໍ່ໄດ້ຮັບຮູ້ ຈາກເວລາ 2:00-7:00 ໂມງ ຂອງວັນອາທິດ. ຫຼັງຈາກເລື່ອງດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານງານຫາທາງທະນາຄານ BCEL ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆຂອງບັນຊີປາຍທາງທີ່ໄດ້ຮັບເງິນໂອນ ແລ້ວເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນຄົນໂອນເງິນອອກຜ່ານໂທລະສັບຂອງໝູ່ເອງ. ຜູ້ເສຍຫາຍກ່າວວ່າ: ຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າໝູ່ຕົນເອງເປັນຄົນລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວເປັນຜູ້ຮັບຜິດຊອບສົ່ງເງິນຄືນ. ເຖິງວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆຈະໂຊກດີໃນການຕິດຕາມຊອກຫາຜູ້ທີ່ລັກເງິນພວກເຂົາໄປ. ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການດັ່ງກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາຄານສາມາດໃຊ້ມາດຕະການເພື່ອຫຼີກລ່ຽງໃນການຕົກເປັນເຫຍື່ອຂອງເຫດການປະເພດນີ້. ບໍ່ຄວນໃຊ້ລະຫັດຜ່ານທີ່ຊ້ຳກັນໃນຊ່ອງທາງຕ່າງໆທາງໂທລະສັບ: ການໃຊ້ລະຫັດຜ່ານແບບດຽວກັນໝົດ...

ລະວັງຖືກແຮັກຈາກການຫຼິ້ນ Filter ໃໝ່ໃນເຟສບຸກ

ເປັນທີ່ນິຍົມຫຼິ້ນກັນຫຼາຍໃນໄລຍະທີ່ຜ່ານມາ ດ້ວຍການຫຼິ້ນ Filter ໃໝ່ໃນເຟສບຸກ ເຊິ່ງໃຊ້ຮູບຕົນເອງເຂົ້າໃນ Filter ດັ່ງກ່າວເພື່ອຈະປ່ຽນຮູບຕົນເອງໃຫ້ເປັນຮູບຮ່າງຂອງຄົນອື່ນ. ຫຼ້າສຸດ ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງພົບວ່າ: ເມື່ອຫຼິ້ນ Filter ດັ່ງກ່າວແລ້ວ ເຟສບຸກສົ່ງຂໍ້ຄວາມການຢືນຢັນລະຫັດຜ່ານເຂົ້າມາ ນັ້ນໝາຍຄວາມວ່າມີຄົນພະຍາຍາມແຮັກເຟສບຸກເຮົາ ດ້ວຍການສຸ່ມລະຫັດຜ່ານ. ທັ້ງນີ້ ຢາກໃຫ້ທຸກຄົນບໍ່ປະໝາດໃນການໃຊ້ແອັບພຣິເຄຊັ່ນ ຫຼື ການໃຊ້ Filter ຕ່າງໆໃນເຟສບຸກທີ່ອາດສ່ຽງຖືກແຮັກເອົາຂໍ້ມູນສ່ວນຕົວ ຮ້າຍໄປກວ່ານັ້ນແມ່ນແຮັກເຟສບຸກເອົາໄປຕົ້ມຕຸ໋ນຄົນອື່ນຕໍ່ ແລະ ການໃຊ້ເຫດການນີ້ກໍເຄີຍມີມາກ່ອນແລ້ວທີ່ຜູ້ໃຊ້ເຟສບຸກ ຫຼິ້ນ Filter...

ພະຍາກອນອາກາດ

ແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 07 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 07 ສິງຫາ 2023, ເວລາ 06 ໂມງ 00 ຍ່ອມຄວາມກົດດັນອາກາດຕໍ່າທີ່ພາກເຫນືອຂອງປະເທດຫວຽດນາມຍັງສືບຕໍ່ແຜ່ລົງມາປົກຄຸມທົ່ວທຸກພາກຂອງ ປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ ເຊິ່ງຈະເຮັດ ໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນແຂວງພາກເຫນືອ ລົງຫາ...

ຂ່າວທ້ອງຖີ່ນ

ແຈ້ງໃຫ້ຮ້ານບັນເທີງປິດບໍລິການກ່ອນ 23:00 ໂມງ ນັບແຕ່ມື້ນີ້ຈົນເຖິງ 03 ທັນວາ 2023

ອີງຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວພະແນກຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄໍາໄຊ ສະບັບເລກທີ 05/ຂບຊ, ລົງວັນທີ 04 ມັງກອນ 2003; ອີງຕາມ ທິດຊີ້ນໍາ ຂອງທ່ານຮັກສາການແທນຫົວຫນ້າພະແນກ ຮອງຫົວຫນ້າພະແນກຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວແຂວງ...

ບໍລິຄຳໄຊ ທຳລາຍສິນຄ້າປະເພດຕ້ອງຫ້າມ

ທຳລາຍສິນຄ້າປະເພດຕ້ອງຫ້າມ 100 ກວ່າກິໂລ ມີສານປົນເປື້ອນ ແລະ ສານກັນບູດຫຼາຍ ອີງຕາມການລາຍງານຂອງ ຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 29 ພະຈິກ 2023, ເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ນຳໂດຍທ່ານ ກິ່ງເພັດ ຈັນທິສອນ ຫົວໜ້າຂະແໜງການຄ້າພາຍໃນ, ລົງເຄື່ອນໄຫວເພື່ອສະກັດກັ້ນ ການຄ້ານອກລະບົບຕາມຄຳສັ່ງເລກທີ 2012 ຂອງກະຊວງອຸດສາຫະກຳ...

ແຂວງຊຽງຂວາງສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈຳປີ 2023-2024

ແຂວງຊຽງຂວາງ ແຈ້ງການເພື່ອສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈຳປີ 2023-2024 ເຊິ່ງງານຈະເລີມສະຫຼອງຕັ້ງແຕ່ວັນທີ 10, 11, 12, 13 ມັງກອນ 2024 ທີ່ຈະມາເຖິງນີ້. ທັ້ງນີ້ ບຸນກິນຈຽງ ເປັນຮີດຄອງປະເພນີອັນດີງາມຂອງຊົນເຜົ່າມົ້ງມາແຕ່ດົນນານ ໂດຍມີວັດທະນະທຳອັດໂດດເດັ່ນ ເຊັ່ນ ກິດຈະກໍາພິທີກໍາຂອງບຸນ, ການນຸ່ງຖືການຫຼີ້ນບຸນກິນຈຽງ ເຊິ່ງຈະໃຫ້ນຸ່ງຖືກຕາມເອກະລັກ-ວັດທະນະທໍາອັນດີງາມຂອງເຜົ່າ ແລະ ມີຄວາມງາມຕາກັບສັງຄົມ, ການຂັບລໍາ,...