spot_img
Homeຂ່າວພາຍ​ໃນແຕ່ງຕັ້ງຜູ້​ຮັກສາ​ການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ແລະ​ ຜູ້​ຮັກສາການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ

ແຕ່ງຕັ້ງຜູ້​ຮັກສາ​ການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ແລະ​ ຜູ້​ຮັກສາການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ

Published on

​ ໃນ​ວັນ​ທີ 30 ພຶດສະພາ​ຜ່ານ​ມານີ້, ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດໄດ້ມີພິທີປະ ກາດແຕ່ງຕັ້ງສະຫາຍພົນ​ຕີ ​ແສງ​ນວນ ​ໄຊ​ຍະ​ລາດ ​ເລຂາທິການ​ສູນ​ກາງ​ພັກ, ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ເລຂາ​ ຄະນະ​ບໍລິ ຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດພ້ອມ​ທັງ​ເປັນ​ຜູ້​ຮັກ​ສາ​ການ​ຊົ່ວຄາວ ລັດ ຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ໂດຍ​ໃຫ້​ກຽດ​​ເຂົ້າຮ່ວມ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ແລະ ​ໃນ​ວັນ​ດຽວ​ກັນ, ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບກໍ​ໄດ້​ມີ​ພິທີ​ປະກາດ​ແຕ່ງຕັ້ງສະຫາຍພົນ​ ຈັດຕະ ວາ ສົມ​ແກ້ວ ສີ​ລາ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ ຄວາມ​ສະຫງົບ ​ແລະ ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ລັດຖະ

ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ສະຫາຍ ຈັນ​ສີ ​ໂພ​ສີຄຳ ​ເລ ຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະ ນະ​ຈັດຕັ້ງສູນ​ກາງ​ພັກ ​ໂດຍ​ການ​ແຕ່ງຕັ້ງດັ່ງກ່າວ​ນີ້​ແມ່ນ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ອັນ​ຈຳ​ເປັນ ​ແລະ ​ເລັ່ງດ່ວນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ພາຍ ຫລັງ​ອະດີດ​ລັດຖະມົນຕີ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະ​ເທດ ພົນ​ໂທ ດວງ​ໃຈ ພິຈິດ ​ແລະ ອະດີດ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ດຣ. ທອງ​ບັນ ​ແສງ​ອາພອນ ​ໄດ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຍົນ​ຕົກ​ໃນ​ຂະນະ​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ​ຊຽງ​ຂວາງ ເມື່ອ​ກາງ​ເດືອນ​ພຶດ ສະພາ​ຜ່ານ​ມາ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...