spot_img
Homeຂ່າວພາຍ​ໃນແຈ້ງປິດປັບປຸງຕະຫຼາດຂົວດິນຊົ່ວຄາວ ພັດທະນາໃຫ້ທັນສະໄໝກວ່າເກົ່າ

ແຈ້ງປິດປັບປຸງຕະຫຼາດຂົວດິນຊົ່ວຄາວ ພັດທະນາໃຫ້ທັນສະໄໝກວ່າເກົ່າ

Published on

ແຈ້ງການ ອີງຕາມການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ແນວທາງທິດຊີ້ນໍາຂອງພັກ-ລັດໄດ້ວາງອອກ ປັດຈຸບັນ ຈະໄດ້ມີການພັດທະນາ ແລະ ປັບປຸງຕະຫຼາດຫນອງຈັນ (ຕະຫຼາດຂົວດິນ) ຄືນໃໝ່ໃຫ້ ກາຍເປັນຕະຫຼາດແບບຢ່າງ ທີ່ທັນສະໄໝ, ສະດວກ, ສະອາດ, ປອດໄພ ແລະ ການບໍລິການທີ່ດີຍິ່ງຂຶ້ນ ໃນເຊິ່ງ ວັດທະນະທໍາ, ສົ່ງເສີມເອກະລັກຄວາມເປັນລາວຂື້ນມາໃຫ້ເປັນຕະຫຼາດແຫ່ງທໍາອິດຂອງ ສປປ ລາວ ແຕ່ຍັງຄົງ ຮັກສາຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ, ຕະຫຼາດຂາຍສົ່ງ-ຂາຍຍ່ອຍໄວ້ຄືເກົ່າ.

ສະນັ້ນ, ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈໍາກັດ ຂໍຖືເປັນກຽດແຈ້ງມາຍັງຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຜູ້ທີ່ມາຊົມໃຊ້ຕະຫຼາດຫນອງຈັນ ລວມເຖິງທຸກພາກສ່ວນທີ່ ກ່ຽວຂ້ອງຊາບທົ່ວເຖິງກັນວ່າ: ເລີ່ມແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປຕະຫຼາດໜອງຈັນ ຈະໄດ້ປິດໃຫ້ ບໍລິການຊົ່ວຄາວ ເພື່ອກໍ່ສ້າງປັບປຸງ ແລະ ພັດທະນາຕະຫຼາດໜອງຈັນ ໃຫ້ກາຍເປັນຕະຫຼາດທີ່ທັນສະໄໝຮອບດ້ານ.

ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຮັບຮູ້ ແລະ ທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກ ໃນຄັ້ງນີ້ດ້ວຍ ຫວັງຢ່າງຍິ່ງວ່າທຸກພາກສ່ວນຈະໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມດ້ວຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...