spot_img
Homeຂ່າວພາຍ​ໃນແຈ້ງການ! ອະນຸມັດໃຫ້ຈັດບຸນທາດຫຼວງປີນີ້

ແຈ້ງການ! ອະນຸມັດໃຫ້ຈັດບຸນທາດຫຼວງປີນີ້

Published on

ແຈ້ງການ ເລື່ອງ: ທິດຊີ້ນໍາກ່ຽວກັບ ການຂໍສະນຸມັດຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນ ຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021, ກໍານົດ ເວລາ 03 ວັນ (ນັບແຕ່ວັນທີ 17 ຫາໆ 19 ພະຈິກ 2021) ໂດຍອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະຫນາເທົ່ານັ້ນ, ສ່ວນລາຍລະອຽດມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນໍາການປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ”.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...