spot_img
Homeຂ່າວການສຶກສາແຈ້ງການເລື່ອງ ເສັງເຂົ້າຮຽນແພດສາດ

ແຈ້ງການເລື່ອງ ເສັງເຂົ້າຮຽນແພດສາດ

Published on

BeFunky_IMG_1630.jpg

 

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ອອກແຈ້ງແຈ້ງການເມື່ອວັນທີ 3 ກໍລະກົດ 2015 ທີ່ຜ່ານມາ ເຖິງບັນດານ້ອງນັກຮຽນທີ່ຈົບມັດທະຍົມປາຍ ເລື່ອງການສອບເສັງເຂົ້າຮຽນຢູ່ ສະຖາບັນການສຶກສາແຫ່ງຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກະຊວງສາທາລະນະສຸກ ປະຈຳສົກຮຽນ 2015-2016

ລາຍລະອຽດໂດຍຫຍໍ້ຂອງປະກາດມີຄື:
– ກຳໜົດຂາຍຄຳຮ້ອງ: 6-24/7/2015
– ປິດຮັບຄຳຮ້ອງ: 24/7/2015 ເວລາ 16:00
– ຄ່າສະໝັກ: 35,000 ກີບ/ຊຸຸດ
– ມື້ເສັງ: ວັນເສົາ ວັນທີ 1/8/2015
– ວິຊາສອບເສັງ: ຕອນເຊົ້າ – ຄະນິດສາດ ແລະ ພາສາລາວ ວັນນະຄະດີ ກຳນົດ 150 ນາທີ. ຕອນແລງ- ເຄມີສາດ ແລະ ຟີຊິກສາດ 150 ນາທີ
– ສູນສອບເສັງປະກອບມີ 4 ສູນ ຄື:
+ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ນະຄອນຫຼວງວຽງຈັນ.
+ ວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ
+ ວິທະຍາໄລ ວິທະຍາສາດສຸຂະພາບ ສະຫວັນນະເຂດ
+ ວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ
– ບ່ອນຂາຍຄຳຮ້ອງສະໝັກສອບເສັງ
+ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ນະຄອນຫຼວງວຽງຈັນ
+ ວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ, ສະຫວັນນະເຂດ ແລະຈຳປາສັກ
+ ໂຮງຮຽນສາທາລະນະສຸກ ອຸດົມໄຊ, ຊຽງຂວາງ ແລະຄຳມ່ວນ
+ ພະແນກສາທາລະນະສຸກແຂວງ ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫົວພັນ, ວຽງຈັນ, ບໍລິຄຳໄຊ, ສາລະວັນ, ເຊກອງ, ອັດຕະປີ ແລະໄຊສົມບູນ

ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ ພະແນກວິຊາການ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໂທລະສັບ: 021 255464, 021 255465.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...