spot_img
Homeຂ່າວທົ່ວໄປແຈ້ງການກຳນົດການສັນຈອນໃນຊ່ວງງານບຸນພະທາດຫຼວງ

ແຈ້ງການກຳນົດການສັນຈອນໃນຊ່ວງງານບຸນພະທາດຫຼວງ

Published on

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ພົບຄວາມຫຍຸ້ງຍາກ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຢ່າງຮອບດ້ານ ແລະ ມີຄວາມສະອາດຈົບງາມໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການກຳນົດການສັນຈອນໃນຊ່ວງງານບຸນ ເຊິ່ງທຸກຄົນຈະຕ້ອງປະຕິບັດ ດັ່ງນີ້:

1. ພາຫະນະທຸກຊະນິດ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດທາງ 4 ແຍກຂຶ້ນທາງດ່ວນຈຸດ ໄຊມຸງຄຸນ ໃຫ້ລ້ຽວຊ້າຍ ໄປຕາມເສັ້ນທາງໜອງບຶກ ຮອດ 4 ແຍກໄຟອໍານາດດົງໂດກ ແລ້ວລ້ຽວຊ້າຍໄປຕາມຈຸດປະສົງ.

2. ສະເພາະລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບ ໃຫ້ໃຊ້ເສັ້ນທາງ ໜອງບຶກ – ດົງໂດກອອກໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.

3. ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນທາງ 13 ໃຕ້ໃຫ້ໃຊ້ເສັ້ນທາງ 450 ປີມາຮອດ 4 ແຍກໄຟອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນແລ້ວໄປຕາມຈຸດປະສົງ.

4. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດຕະພາບ ມາຮອດໄຟອໍານາດ ຫຼັກ 21 ໃຫ້ລ້ຽວຊ້າຍອອກໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.

5. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ຫຼື ເສັ້ນທາງດອນຫນູນ, ເສັ້ນທາງໄກສອນ, ຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຊ້າຍໄປເສັ້ນທາງບ້ານໜອງໜ່ຽງອອກໃສ່ ບ້ານວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໃສ່ເສັ້ນທາງ ໂຮງໝໍ 150 ຕຽງ ແລ້ວໄປຕາມຈຸດປະສົງ.

6. ກໍລະນີການສັນຈອນມີຄວາມສັບສົນເຈົ້າໜ້າທີ່ຈະໄດ້ແຍກລົດ ຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ – ໜອງບຶກ ຮອດ 3 ແຍກປະຕູໂຂງ ມະຫາວິທະຍາໄລ ແຫ່ງຊາດ ແລ້ວລ້ຽວຊ້າຍໄປຕາມເສັ້ນທາງດົງໂດກ – ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຊໃຫ້ລ້ຽວຊ້າຍໄປ ຕາມເສັ້ນທາງຕານມີໄຊ- ດອນແດງ.

7. ພາຫະນະທີ່ມາແຕ່ເສັ້ນທາງຫນອງໄຮ, ໂພນທັນ, ເສັ້ນທາງມິດຕະພາບ ມີຈຸດປະສົງໃຊ້ເສັ້ນທາງກໍາແພງເມືອງ ມາຮອດໄຟອໍານາດທາດຫຼວງ ແລ້ວລ້ຽວຂວາອອກໃສ່ບ້ານໂນນຄໍ້ ແລະ ໄປຕາມຈຸດປະສົງ ( ຂໍ້ 7 ແມ່ນ ໃຊ້ສະເພາະງານບຸນພະທາດຫຼວງ ແລະ ມື້ໃສ່ບາດ).

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...