spot_img
Homeຂ່າວກິລາ( ແຈັກກີ້ ) ກອງກາງທີມຊາດລາວU23 ໄດ້ຜ່ານການຄັດເລືອກ ແລະ ເຊັນສັນຍາ ເປັນນັກເຕະຢູ່ປະເທດອີຕາລີ

( ແຈັກກີ້ ) ກອງກາງທີມຊາດລາວU23 ໄດ້ຜ່ານການຄັດເລືອກ ແລະ ເຊັນສັນຍາ ເປັນນັກເຕະຢູ່ປະເທດອີຕາລີ

Published on

ຄອນສະຫວັນ ແກ້ວຫນູຈັນ ( ແຈັກກີ້ ) ກອງກາງທີມຊາດລາວU23 ໄດ້ຜ່ານການຄັດເລືອກ ແລະ U19 ແລະ ຊຸດໃຫຍ່ ຂອງ ສະໂມສອນ Tor di Quintoຢູ່ອີຕາລີ ເປັນທີ່ຮຽບຮ້ອຍ.

ກ່ອນຫນ້ານັ້ນ ຄອນສະຫວັນ (ແຈັກກີ້) ໄດ້ເຄີຍໄປຝຶກຊ້ອມຢູ່ສູນຝຶກກິລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship, ປີ 2022 – 2023 ຫລິ້ນ​ໃຫ້​ກັບ (ສະໂມສອນ ໂຣມ ຊີຕີ້ ເອັສຊີ Rome City SC) ແລະ ໄລ​ຍະ​ພັກ​ແລ້ງ​ປີ 2023 ແມ​່​ນ​ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ຊ້າງ​ນ້ອຍ, ສ່ວນການຕິດທີມຊາດລາວ ແມ່ນໄດ້ເລີ້ມມາຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019), U19 ປີ (2020), U23 ( 2022) ແລະ U19 ປີ ( 2022 ) ຊຸດໄດ້ອັນດັບ 2 ຊີງແຊ້ມອາຊຽນ, U20 ( 2022 ) ແລະ ທີມ​ຊາດ​ລາວU23 (2023 ).

ທີ່ມາ: Lao Football News ຂ່າວສານບານເຕະລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...