spot_img
Homeຂ່າວທ້ອງຖິ່ນແຂວງໄຊສົມບູນ ຈັດກິດຈະກຳພິຊິດຈອມພູທີ່ສູງທີ່ສຸດໃນລາວ

ແຂວງໄຊສົມບູນ ຈັດກິດຈະກຳພິຊິດຈອມພູທີ່ສູງທີ່ສຸດໃນລາວ

Published on

ໃນຕອນເຊົ້າຂອງວັນທີ 16 ເມສາ 2022 ຜ່ານມານີ້ ແຂວງໄຊສົມບູນ ໄດ້ສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ໝູນວຽນມາບັນຈົບອີກວາລະໜຶ່ງ ພ້ອມກັນນັ້ນກໍຄືສອງວັນປະຫວັດສາດປີສາມັກຄີລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ພິທີດັ່ງກ່າວໂດຍການນຳພາ ຂອງທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ມີທ່ານ ຫງວຽນ ແອງແທ່ງ, ຜູ້ອຳນວຍການບໍລິສັດ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ທີ່ຂຶ້ນກັບກຸ່ມບໍລິສັດ ຮ່ວມມືເສດຖະກິດໂອເອກໂກ ສສ ຫວຽດນາມ ພ້ອມດ້ວຍຄະນະນຳແຂວງ ຕະຫຼອດຮອດຫຼາຍພາກສ່ວນ ພາຍໃນແຂວງ ເຂົ້າຮ່ວມຂະບວນການໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ ທາງປະຫວັດສາດ.

ການສ້າງກິດຈະກຳຄັ້ງນີ້ ກໍເພື່ອທົດສອບຄວາມມານະອົດທົນ ແລະ ຄວາມພາກພຽນພະຍາຍາມ ຂອງແຕ່ລະຄົນ ເພື່ອມຸ່ງໜ້າໄປໃຫ້ເຖິງຈຸດໝາຍ ໂດຍສະເພາະ ກໍຄືຈອມພູເບ້ຍ ຊຶ່ງເປັນພູທີ່ສູງທີ່ສຸດໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຄວາມສູງໃນລະດັບ 2,820 ແມັດ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕຶງໃຈ ບວກກັບສະພາບອາກາດອັນບໍລິສຸດຜຸດຜ່ອງ ແລະ ໜາວເຢັນຕະຫຼອດປີ.

ນອກນັ້ນເທິງພູເບ້ຍ ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຕາມທຳມະຊາດຢ່າງຫຼວງຫຼາຍ. ນອກນີ້ ຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 5 ທ່າແຮງ ທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ.

ພ້ອມກັນນັ້ນຍັງເປັນການໂຄສະນາເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມອັດສະຈັນ, ຄວາມສວຍງາມຂອງພູເບ້ຍ ແລະ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ມີຈຳນວນເພີ່ມຂຶ້ນໃນອະນາຄົດ. ຂະນະດຽວກັນ ຍັງສະແດງໃຫ້ເຫັນເຖິງສາຍພົວພັນ-ມູນເຊື້ອຄວາມສາມັກຄີໄມຕີຈິດ-ມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືແບບພິເສດ ລະຫວ່າງ ສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ຊຶ່ງນັບມື້ນັບງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ການສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ.
ແຫຼ່ງຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...