spot_img
Homeຂ່າວທ້ອງຖິ່ນແຂວງເຊກອງ ຈະສູ້ຊົນບັນລຸຍອດຜະລິດເຂົ້າ ໃຫ້ໄດ້ 60 ພັນໂຕນ ໃນຕໍ່ໜ້ານີ້!

ແຂວງເຊກອງ ຈະສູ້ຊົນບັນລຸຍອດຜະລິດເຂົ້າ ໃຫ້ໄດ້ 60 ພັນໂຕນ ໃນຕໍ່ໜ້ານີ້!

Published on

ຂປລ. ວັນ​ທີ 12 ຕຸລາ 2016 ນີ້, ​ແຂວງ​ເຊ​ກອງ ​ເປີດ​ເຜີຍ​ແຜນພັດທະນາ​ເສດຖະກິດ-ສັງຄົມວ່າ​ ຕົນ​ເອງ​ໄດ້ຕັ້ງ​ເປົ້າ​ໝາຍ​ສູ້​ຊົນ​ ການ​ຜະລິດ​ສະບຽງ​ອາຫານ​ ​ໂດຍ​ສະ​ເພາະແມ່ນ​ເຂົ້າ ​ເພື່ອ​ຮອງ​ຮັບ​ການ​ເພີ່ມ​ຂຶ້ນຂອງ​ປະຊາກອນຮອດປີ 2020 ​ປະມານ 1 ແສນກວ່າຄົນ,​ ໃນ​​ເນື້ອ​ທີ່​ສູ້​ຊົນ 12 ພັນ​ກວ່າ​ເຮັກຕາ, ຜົນ​ຜະລິດ​ໃຫ້​ໄດ້ 60 ພັນ​ໂຕນ​.

ທ່ານ ທອງຄຳ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ແຂວງເຊກອງ ຈະມີພົນລະເມືອງປະມານ 123.300 ຄົນ ໃນເວລານັ້ນຄວາມຕ້ອງການສະບຽງອາຫານ ໂດຍສະເພາະແມ່ນເຂົ້າເປືອກ ຄາດວ່າຈະມີເຖິງ 58.904 ໂຕນ ແລະ ເປັນຄັງແຮ 200 ໂຕນ ລວມທັງໝົດບໍ່ໃຫ້ຫຼຸດ 59.104 ໂຕນ, ສະນັ້ນ ຕ້ອງການເນື້ອທີ່ການຜະລິດທັງສອງລະດູປະມານ 12.445 ເຮັກຕາ, ພ້ອມສູ້ຊົນຍົກຜະລິດຕະພັນໃຫ້ໄດ້ຢ່າງໜ້ອຍ 4,7-5 ໂຕນຕໍ່ເຮັກຕາ.

ຄຽງຄູ່ກັບການຜະລິດເຂົ້າ ກໍຊຸກຍູ້ປະຊາຊົນລ້ຽງສັດປະເພດຕ່າງໆ ເພື່ອຜະລິດຊີ້ນ, ປາ ແລະ ໄຂ່ ສະໜອງຕະຫຼາດໃຫ້ພຽງພໍ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ໄດ້ທັງໝົດ 8.145 ໂຕນສະເລ່ຍການບໍລິໂພກຊີ້ນ, ປາ, ໄຂ່ ໃຫ້ໄດ້ປະມານ 62 ກິໂລຕໍ່ຄົນຕໍ່ປີໃນນັ້ນ ເຂດຕົວເມືອງ ໃຫ້ໄດ້ 72 ກິໂລ ແລະ ເຂດຊົນນະບົດ ໃຫ້ໄດ້ 52 ກິໂລ. ສ່ວນການຜະລິດເປັນສິນຄ້າ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ກ່າວວ່າ: ສູມໃສ່ພືດທີ່ເປັນທ່າແຮງ ແລະ ມີຕະຫຼາດຮອງຮັບໃຫ້ໄດ້ໃນເນື້ອທີ່ 19.957 ເຮັກຕາ, ຜົນຜະລິດລວມ 128.130 ໂຕນ, ໃນນີ້ເນື້ອທີ່ປູກກາເຟ 11.420 ເຮັກຕາ, ຜົນຜະລິດ 39.970 ໂຕນ; ພືດຜັກ 862 ເຮັກຕາ, ຜົນຜະລິດ 19.476 ໂຕນສາລີແຂງ 513 ເຮັກຕາ, ຜົນຜະລິດ 5.130 ໂຕນ; ອ້ອຍ 140 ເຮັກຕາຜົນຜະລິດ 1.820 ໂຕນຖົ່ວດິນ-ຖົ່ວເຫຼືອງ 845 ເຮັກຕາ, ຜົນຜະລິດ 1.100 ໂຕນ; ມັນຕົ້ນ 790 ເຮັກຕາ, ຜົນຜະລິດ 12.640 ໂຕນ; ສາລີຫວານ 1.268 ເຮັກຕາ, ຜົນຜະລິດ 5.542 ເຮັກຕາ; ເຜືອກ-ມັນ 1.111 ເຮັກຕາ, ຜົນຜະລິດ 11.388 ໂຕນ; ປະເພດໄມ້ໃຫ້ໝາກ 668 ເຮັກຕາ, ຜົນຜະລິດ 21.767 ໂຕນ ແລະ ພືດອື່ນໆ 1.260 ເຮັກຕາ, ຜົນຜະລິດ 9.387 ໂຕນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...