spot_img
Homeຂ່າວທ້ອງຖິ່ນແຂວງວຽງຈັນ ໄຂກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດ ຢ່າງເປັນທາງການ

ແຂວງວຽງຈັນ ໄຂກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດ ຢ່າງເປັນທາງການ

Published on

VT

ຂປລ. ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂ​ອງ​ຜູ້​ແທນ​​ແນວ​ລາວ​ສ້າງ​ຊາດ ​ແຂວງ​ວຽງ​ຈັນ​​ ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ຢູ່​ທີ່​ສະ​ໂມ​ສອນ ​ເຂື່ອນ​ໄຟຟ້າ​ນ້ຳງື່ມ I ​ໃນ​ວັນ​ທີ 29-30 ຕຸລາ ນີ້, ​ໂດຍ​​ເປັນ​ປະທານ​ຂອງ ​ສະຫາຍ ​ເຂົາ​ແກ້ວ​ ສົມ​ຈັນ​ມະ​ວົງ ​ປະທານ​ອົງການ ແນວ​ລາວ​ສ້າງ​ຊາດ ​ແຂວງວຽງ​ຈັນ, ມີ​ສະຫາຍ ​ຕົງ​ ເຢີ​ທໍ່ ​ກຳມະການ​ສູນ​ກາງ​ພັກ ​ຮອງ​ປະທານ​ຜູ້​ປະຈຳ​ການ ສູນ​ກາງແນວ​ລາວ​ສ້າງ​ຊາດ, ສະຫາຍນາງ ບຸ​ນເພັງ ​ສາຍນໍລະ​ດີ ຮອງ​ເລຂາ​ພັກ​ແຂວງ, ມີ​ບັນດາ​ເຈົ້າ​ເມືອງ, ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ສົມບູນ ​ເຊິ່ງ​ເປັນ​ຕົວ​ແທນ​ ໃຫ້​ແກ່​ອົງການ​ແນວ​ລາວ​ສ້າງ​ຊາດ​ ຂັ້ນ​ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ​​ເຂົ້າ​ຮ່ວມ ຈຳນວນ 119 ສະຫາຍ, ຍິງ14 ສະຫາຍ.

ສະຫາຍ ຊາວລໍ່ ຕົ່ງເຊັ່ງ ຮອງປະທານອົງການແນວລາວສ້າງຊາດ ແຂວງ​ວຽງຈັນ, ກ່າວໃນຮ່າງລາຍງານການເມືອງ ຂອງອົງການແນວລາວສ້າງຊາດ ແຂວງວຽງຈັນວ່າ: ດ້ວຍການຊີ້ນຳໆພາຢ່າງ​ໃກ້ຊິດ ຂອງສູນກາງແນວລາວສ້າງຊາດແລະ ຄະນະປະຈຳພັກແຂວງ, ​ອົງການແນວລາວສ້າງຊາດ ແຂວງວຽງຈັນ ໄດ້​​ເອົາໃຈສ່ເຕົ້າໂຮມ ຄວາມສາມັກຄີບັນດາເຜົ່າ ທຸກຊັ້ນຄົນແລະສາສະໜາ ເຮັດໃຫ້ປະຊາຊົນລາວ ບັນດາ​​ເຜົ່າ ພາຍໃນແຂວງມີຄວາມສາມັກຄີອັນແໜ້ນແກ່ນ ເປັນພື້ນຖານອັນດີ​​ ເຮັດໃຫ້​​ແຂວງວຽງຈັນ ມີຄວາມສະຫງົບປອດໄພ​, ​​ປະຊາຊົນຍຸ​ທ່າ​ງສ້າງສາ​​ ພັດທະນາບ້ານຊ່ອງຂອງຕົນ ໃຫ້ຈະເລີນສີວິໄລຂຶ້ນເລື້ອຍໆ, ນຳພາສ້າງຕັ້ງກອງທຶນ ພັດທະນາຂັ້ນບ້ານ, ​ຮອດປັດຈຸບັນ ມີ​ 38 ກອງທຶນ,​ ມີສະມາຊິກ 5.500 ກວ່າຄົນ,​ ມີທຶນເກືອບ14 ຕື້ກີບ,​ ນຳພາປະຊາຊົນຮັກສາ ແລະ ສົ່ງເສີມວັດທະນະທຳ ອັນດີງາມຂອງແຕ່ລະເຜົ່າ ບໍ່ໃຫ້ເຄື່ອນໄຫວ ແລະ ເຊື່ອຖືງົມງວາຍ, ລາມົກອານາຈານ, ປະກອບສ່ວນສ້າງບ້ານ ວັດທະນະທຳໄດ້ 244 ບ້ານ, ບ້ານພັດທະນາໄດ້ 190 ບ້ານ, ບ້ານສາທາລະນະສຸກ 322  ບ້ານ, ປຸກລະດົມປະຊາຊົນປະກອບສ່ວນ ເຂົ້າໃນວຽກງານສຶກສາ ແລະ ການກໍ່ສ້າງອາຄານຮຽນ, ຫໍພັກຄູ, ປຸກລະດົມປະຊາຊົນ ນຳເອົາລູກ​​ໃນເກນອາຍຸ ເຂົ້າຮຽນໄດ້100%​ ແລະສາມາດປະກາດຈົບຊັ້ນ ປະຖົມບຳລຸງທົ່ວແຂວງ​​ ໄດ້ໃນທ້າຍປີ 2014 ທີ່ຜ່ານມາ, ​ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ເຂັ້ມແຂງໜັກແໜ້ນ. ພ້ອມ​ນີ້ ອົງການແນວລາວສ້າງຊາດ ແຂວງວຽງຈັນຍັງໄດ້ເອົາໃຈໃສ່ຍົກລະດັບ ຄຸນນະພາບວຽກງານຂອງຕົນ ດ້ວຍການນຳສົ່ງພະນັກງານ ໄປຍົກລະດັບທິດສະດີ ກາເມືອງການປົກຄອງແລະ ອົບຮົມຢູ່ສສ ຫວຽດນາມ ເພື່ອເຮັດໃຫ້ພະນັກງານ ມີຄວາມຮູ້, ຄວາມສາມາດດີຂຶ້ນກ່ວາເກົ່າ.

ໃນກອງປະຊຸມ ບັນດາຜູ້ແທນສົມບູນ ຍັງຈະໄດ້ນຳໃຊ້ສິດ ປະຊາທິປະໄຕ ຂອງຕົນປ່ອນຮັບຮອງ ເອົາປະທານ, ຮອງປະທານ ແລະ ຄະນະ ກຳມະການ ແນວລາວສ້າງຊາດ ແຂວງວຽງຈັນ ເພື່ອສືບຕໍ່ຊີ້ນຳໆພາ ວຽກງານແນວລາວສ້າງຊາດ ແຂວງວຽງຈັນ ໃນ 5 ປີຕໍ່ໜ້າ ອີກດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...