ແຂວງວຽງຈັນ ດຳເນີນກອງປະຊຸມວິຊາການ ດ້ານວັດທະນະທໍາ-ສັງຄົມ

ຂປລ. ກຳມະທິການ ວັດທະນະທຳສັງຄົມ ແລະບັນດາເຜົ່າ ສະພາປະຊາຊົນແຂວງວຽງຈັນ ໄດ້ດຳເນີນກອງປະຊຸມວິຊາການຂອງຕົນ ໃນວັນທີ 30 ກັນຍາ 2016 ທີ່ຜ່ານມານີ້ ໂດຍເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມບັນດາສະມາຊິກສະພາ ໃນກຳມະທິການດັ່ງກ່າວ ​ເຂົ້າ​ຮ່ວມ.

ທ່ານ ນາງ ບົວວັນ ທຳມະວົງ ຮອງປະທານ ສະພາປະຊາຊົນແຂວງວຽງຈັນ ທັງເປັນປະທານ ກຳມະທິການວັດທະນະທຳສັງຄົມ ແລະ ບັນດາເຜົ່າກ່າວວ່າ: ຈັດປະສົງຂອງການດຳເນີນກອງປະຊຸມຄັ້ງນີ້ ແນ່ໃສ່ກວດກາຄືນການເຄື່ອນໄຫວ ວຽກງານຂອງບັນດາ ພະແນກການໃນຂົງເຂດລັດບໍລິຫານ ວັດທະນະທຳສັງຄົມ ແລະ ບັນດາເຜົ່າ ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ ແລະ ຊອກໃຫ້ເຫັນດ້ານຄົງຄ້າງ ເພື່ອຊອກວິທີແກ້ໄຂ, ກ້າວໄ​​ປເຖິງການສ້າງນິຕິກຳລຸ່ມກົດໝາຍ ເພື່ອຄຸ້ມຄອງວຽກງານ ໃນຂົງເຂດວັດທະນະທຳສັງຄົມ ແລະ ບັນດາເຜົ່າ ໃນທົ່ວແຂວງວຽງຈັນ ໃຫ້ດີຂຶ້ນກວ່າເກົ່າອີກດ້ານໜຶ່ງ ຍັງເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ ຂອງພັກ ແລະ ມະຕິ ຂອງອົງຄະນະພັກແຂວງວຽງຈັນ​ ໃຫ້ເຂົ້າສູ່ວຽກງານຕົວຈິງຢ່າເປັນຮູບປະທຳໃຫ້ເຫັນປະຈັກຕາຂຶ້ນເລື້ຶອຍໆ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!