ເຮືອບິນນຳທ່ຽວໃນບຣາຊິວ ປະສົບອຸບັດຕິເຫດຕົກ ເສຍຊີວິດຫຼາຍຄົນ

0
865

ສຳນັກຂ່າວຕ່າງປະເທດລາຍງານ: ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຈາກ​ລັດ Amazonas ປະ​ເທດ​ບຣາ​ຊິວ ຖະແຫຼງກ່ຽວກັບ​ເຫດການ​ເຮືອ​ບິນ​ນ້ອຍ​ຕົກ​ຢູ່​ເມືອງ​ບາ​ເຊ​ໂລ​ນາ. ເຊິ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໃນລັດ Amazonas ໃນຄືນວັນເສົາທີ 16 ກັນຍາ 2023 ຜ່ານມາ, ເຊິ່ງຢູ່ໃນເຮືອບິນລຳດັ່ງກ່າວມີຜູ້ໂດຍສານທັງໝົດ 14 ຄົນ ເສຍຊີວິດ, ໃນນັ້ນ ມີຜູ້ໂດຍສານ 12 ຄົນ ແລະ ລູກເຮືອ 2 ຄົນ.

ເຈົ້າ​ໜ້າ​ທີ່​ໄດ້​ເປີດ​ເຜີຍ​ວ່າ: ຍົນ​ນ້ອຍ​ລຳ​ນີ້​ເປັນ​ຍົນ EMB-110 ສອງເຄື່ອງຈັກຕິດໃບພັດ ຂອງບໍລິສັດ Embraer ຊຶ່ງເປັນຜູ້ຜະລິດເຮືອບິນຂອງບຣາຊິວ ກ່ອນເກີດອຸບັດຕິເຫດເຮືອບິນລຳດັ່ງກ່າວພະຍາຍາມລົງຈອດໃນສະພາບອາກາດທີ່ບໍ່ດີຈາກພະຍຸຝົນທີ່ຮຸນແຮງ ​ເຮັດ​ໃຫ້ເຮືອບິນ​ເລື່ອນ​ອອກ​ຈາກ​ທາງ​ແລ່ນ ຂອງສະຫນາມບິນໃນເມືອງ ບາເຊລອສ

ຂະນະ​ດຽວ​ກັນ​ເຈົ້າ​ໜ້າ​ທີjໄດ້ລະບຸ​ວ່າ​: ກຳລັງ​ເລັ່ງສືບສວນ​ສອບ​ສວນ​ເພື່ອ​ຫາ​ສາ​ເຫດ​ທີ່​ພາ​ໃຫ້ເຮືອບິນລຳດັ່ງກ່າວຕົກ​ຄັ້ງ​ນີ້​ໃຫ້ແນ່ຊັດວ່າເກີດຈາກສາເຫດໃດ