spot_img
Homeຂ່າວພາຍ​ໃນເອກອັກຄະລັດຖະທູດລາວປະຈຳປະເທດໄທພົບປະຢ້ຽມຢາມຄົນເຊື້ອສາຍລາວ

ເອກອັກຄະລັດຖະທູດລາວປະຈຳປະເທດໄທພົບປະຢ້ຽມຢາມຄົນເຊື້ອສາຍລາວ

Published on

wed20feb5

ຕາມແຫຼ່ງຂ່າວຈາກກະ ຊວງການຕ່າງປະເທດໃຫ້ຮູ້ ວ່າ: ໃນວັນທີ 16 ກຸມພານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວຢ້ຽມຢາມພົບປະຄົນໄທເຊື້ອສາຍລາວທີ່ຈັງ ຫວັດສຸພັນບຸລີ ປະເທດໄທ ເນື່ອງໃນໂອກາດບຸນປະຈໍາປີ “ກິນເຂົ້າແລງງັນກັນ” ຂອງໄທ ພວນຈັງຫວັດສຸພັນບຸລີ, ໂດຍ
ມີຄະນະສະມາຄົມໄທພວນ ແຫ່ງປະເທດໄທ, ການນໍາ ທ້ອງຖິ່ນ ແລະ ປະຊາຊົນໄທ ເຊື້ອສາຍລາວໃຫ້ການຕ້ອນ ຮັບອັນອົບອຸ່ນ.
ໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ຢ້ຽມຢາມພົບປະປະຊາ ຊົນຄົນໄທວຽງ ຫລື ລາວວຽງ, ໄຕດໍາ ( ໄທເອີ້ນ ລາວໂຊ້ງ )  ແລະ ໄທພວນທີ່ສືບເຊື້ອສາຍ ບັນພະບຸລຸດໄປຈາກປະເທດລາວ. ຢູ່ແຕ່ລະບ່ອນຂອງ ການຢ້ຽມຢາມພົບປະ ທ່ານ ເອກອັກຄະລັດຖະທູດໄດ້ ກ່າວສະແດງຄວາມພູມໃຈທີ່ໄດ້ພົບພໍ້ຄົນເຊື້ອສາຍລາວ, ຊົມເຊີຍການຮັກສາຮີດຄອງປະເພນີອັນດີງາມຂອງບັນພະບຸລຸດ, ທັງພາສາປາກເວົ້າ, ການນຸ່ງຖື ແລະ ການດໍາລົງ ຊີວິດ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ປົກປັກຮັກສາສືບ ທອດໃຫ້ລູກຫຼານລຸ້ນຕໍ່ໆໄປ; ພ້ອມນີ້ທ່ານ ຫຼີ ບຸນຄຳ້ ຍັງໄດ້ ແຈ້ງໃຫ້ຊາບຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ຂອງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ,ການ ພົວພັນລະຫວ່າງສອງຊາດ ລາວ-ໄທ ໃນໄລຍະໃໝ່ທີ່ໄດ້ ຮັບການພັດທະນາດີຂຶ້ນ ເລື້ອຍໆ ແລະ ເຊີນຊວນໃຫ້ ພີ່ນ້ອງເຊື້ອສາຍລາວມາຢ້ຽມຢາມປະເທດລາວໃນໂອກາດຕໍ່ໄປ.
ການຢ້ຽມຢາມຢູ່ແຕ່ລະ ບ່ອນ, ປະຊາຊົນເຊື້ອສາຍ ລາວ, ໂດຍສະເພາະຜູ້ເຖົ້າຜູ້ ແກ່ລ້ວນແຕ່ອອກປາກວ່າດີ ໃຈທີ່ສຸດທີ່ໄດ້ພົບພໍ້ຄົນລາວ ໂດຍບໍ່ນຶກບໍ່ຝັນ ແລະ ຕ້ອງ ການຢາກໄປເຫັນດິນແດນ ຂອງບັນພະບຸລຸດ ແລະ ຢາກ ສືບທາວຫາຍາດຕິພີ່ນ້ອງ, ແຕ່ກໍ່ຈົນໃຈເພາະຜ່ານມາ ຫລາຍເຊັ່ນຄົນແລ້ວ,  ຍັງນຶກ ເຖິງບໍ່ເຄີຍລືມວ່າຕົນແມ່ນ ເຊື້ອສາຍລາວທີ່ບັນພະບຸລຸດໄດ້ພັດພາກຈາກມາເປັນເວ ລາ 100-200 ປີ.
ປັດຈຸບັນຄົນໄທເຊື້ອສາຍ ລາວ ຢູ່ຈັງຫວັດສຸພັນບຸລີ ມີ 3 ເຜົ່າຄື: ພວນ, ເຊິ່ງມີການ ຈັດຕັ້ງເປັນສະມາຄົມລະດັບຈັງຫວັດຂຶ້ນກັບສະມາຄົມ ພວນແຫ່ງປະເທດໄທ, ທົ່ວຈັງ ຫວັດມີພົນລະເມືອງປະມານ 2 ຫມື່ນກວ່າຄົນ ນອກນີ້ກໍ່ມີ ໄທວຽງ ຫລື ລາວວຽງ ແລະ ໄຕດໍາ ຫລື ລາວໂຊ້ງ ບໍ່ມີຕົວ ເລກສະຖິຕິລະອຽດ, ຕາມຂໍ້ ມູນບໍ່ເປັນທາງການສອງເຜົ່າດັ່ງກ່າວຢູ່ໃນຈັງຫວັດສຸພັນບຸລີ ປະມານເຜົ່າລະ 4.000-5.000 ຄົນ. ຄົນທັງສາມເຜົ່າ ມີອາຊີບຜະລິດກະສິກໍາ ແລະ ຄ້າຂາຍ, ທຸກຄອບຄົວກຸ້ມຢູ່ ກຸ້ມກິນ, ຈໍານວນໜຶ່ງຮັ່ງມີລະ ດັບເສດຖີ ( ໄທພວນ ) ແລະ ມີຖານະທາງສັງຄົມ.ທັງສາມ ເຜົ່າໂດຍສ່ວນໃຫຍ່ດຳລົງ    ຊີວິດຢູ່ເຂດອໍາເພີເມືອງ, ອູ່ ທອງ, ສອງພີ່ນ້ອງ ແລະ ບາງ ປາມ້າ.

ທີມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...