spot_img
Homeຂ່າວຕ່າງປະເທດເຫດໄຟໄໝ້ພັບໃນປະເທດໄທ ເສຍຊີວິດແລ້ວ 13 ຄົນ

ເຫດໄຟໄໝ້ພັບໃນປະເທດໄທ ເສຍຊີວິດແລ້ວ 13 ຄົນ

Published on

ເກີດເຫດໄຟໄໝ້ໃນພັບໃນປະເທດໄທ ເປັນສິ່ງທີ່ໜ້າສະຫຼົດໃຈຕໍ່ເຫດການໄຟໄໝ້ໃນຄັ້ງນີ້ ທີ່ເຜົາຄົນທັ້ງເປັນໄປ 13 ຄົນ.

ໃນວັນທີ 5 ສິງຫາ 2022 ຈາກການລາຍງານຂອງສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເວລາປະມານທ່ຽງຄືນຂອງວັນທີ 4 ຫາ 1 ໂມງ ວັນທີ 5 ສິງຫາ 2022 ເກີດເຫດທີ່ບໍ່ຄາດຄິດ ເມື່ອຜູ້ຄົນທີ່ໄປທ່ຽວພັບຕ້ອງໜີຕາຍຈາກເຫດການໄຟໄໝ້ໃນພັບດັງ ໃນເມືອງສັດຕະຫີບ ແຂວງຊົນບູລີ, ໂດຍມີລາຍງານວ່າ ໄດ້ຍິນສຽງລະເບີດ 2 ເທື່ອ ກ່ອນທີ່ຈະເກີດໄຟ ແລະ ໄໝ້ລາມໄປທົ່ວອາຄານ ເຈົ້າໜ້າທີ່ດັບເພີງລະດົມຊີດນ້ຳເພື່ອດັບໄຟ ທີ່ດົນກວ່າ 2 ຊົ່ວໂມງ ຈຶ່ງສາມາດຄວບຄຸມເຫດໄຟໄໝ້ນີ້ໄດ້ ໄຟໄໝ້ໃນເທື່ອນີ້ມີຄົນບາດເຈັບຈຳນວນຫຼາຍ ແລະ ມີ 13 ຄົນທີ່ເສຍຊີວິດ.

ໃນຂະນະນັ້ນ ຫຼາຍໆຄົນທົ່ວປະເທດໄທ ລວມທັງຄົນທີ່ມີຊື່ສຽງ ກໍ່ຮ່ວມໄວ້ອາໄລຈາກເຫດໄຟໄໝ້ໃນເທື່ອນີ້.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...