spot_img
Homeຂ່າວເຫດການເຫດການສະນັ່ນເມືອງ ເກີດເຫດວິວາດຕາມເສັ້ນທາງ

ເຫດການສະນັ່ນເມືອງ ເກີດເຫດວິວາດຕາມເສັ້ນທາງ

Published on

ເປັນອີກເຫດການໜຶ່ງທີ່ເກີດຂຶ້ນເມື່ອໄວໆນີ້ ແລະ ພວມຖືກແຊຣຕໍ່ໃນໂລກໂຊຊຽວຢ່າງຫຼວງຫຼາຍ ຊຶ່ງສັງຄົມກໍໃຫ້ຄວາມສົນໃຈຢ່າງກວ້າງຂວາງ ໂດຍເຫດການດ່ັງກ່າວເກີດຂຶ້ນເມື່ອວັນທີ 1 ມິຖຸນາທີ່ຜ່ານມາ ເມື່ອມີພົນລະເມືອງພົກອາວຸດປືນ ແລະ ອາດເອົາມານຳໃຊ້ໃນທາງທີ່ບໍ່ຖືກບໍ່ຄວນ!.

ເຫດການດັ່ງກ່າວເກີດຂຶ້ນກົງກັບວັນເດັກນ້ອຍສາກົນ ຢູ່ລະຫວ່າງເສັ້ນທາງໄປໄອເຕັກ ນະຄອນຫຼວງວຽງຈັນ ຂະນະທີ່ການສັນຈອນແອອັດລົດຕິດຍາວຢຽດບວກກັບອາກາດ ຮ້ອນອົບເອົ້າຊຶ່ງອາດເຮັດໃຫ້ອາລົມຂອງເຮົາໆທ່ານໆຮ້ອນໄປຕາມໆກັນ ທັງນີ້ ເລື່ອງມີຢູ່ວ່າ ມີຜູ້ຊາຍຄົນໜຶ່ງຈັບອາວຸດປືນອອກມາຂູ່ຍິງຊາຍຄົນໜຶ່ງທີ່ຢູ່ໃນລົດກະບະ (ຕາມຄລິບວິດິໂອທີ່ຖືກແຊຣ) ຊຶ່ງຖ້າຊາຍຄູ່ກໍລະນີຫາກອາລົມຮ້ອນໃສ່ກັນ ສິ່ງທີ່ເກີດຂຶ້ນອາດຮຸນແຮງເຖິງຂັ້ນມີຄົນໄດ້ຮັບບາດເຈັບ ຫຼື ຮ້າຍແຮງເຖິງຂັ້ນເສຍຊີວິດ ໂດຍຊາຍທີ່ຖືອາວຸດປືນໄດ້ຍ່າງໄປຫາຄູ່ກໍລະນີພ້ອມກັບປືນໃນມື ແລະ ຄຳເວົ້າທີ່ບໍ່ສຸພາບ ເນື່ອງຈາກຄູ່ກໍລະນີບີບແກລົດໃສ່ພຽງຄັ້ງດຽວເທົ່ານັ້ນ (ຊຶ່ງອາດບໍ່ໄດ້ບີບໃສ່ໃຜຄົນໜຶ່ງ).

ຂະນະທີ່ຢູ່ໃນລົດຄັນທີ່ບີບແກນັ້ນກໍມີເດັກນ້ອຍຢູ່ໃນລົດ ຊຶ່ງຖ້າຫາກເກີດກໍລະນີຮ້າຍແຮງກໍບໍ່ຮູ້ວ່າເຫດການຈະຮ້າຍແຮງສ່ຳໃດ? ດັ່ງນັ້ນ ຈິ່ງຂໍໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາກ່ຽວກັບການຄອບຄອງອາວຸດເສິກ (ປືນ) ໃຫ້ເຂັ້ມງວດກວ່ານີ້ ບໍ່ແມ່ນວ່າໃຜກໍສາມາດມີໄວ້ໃນຄອບຄອງໄດ້! ແລະ ຖ້າຫາກບໍ່ມີການຄຸມເຂັ້ມກ່ຽວກັບເລື່ອງນີ້ໃຫ້ເດັດຂາດກໍອາດຈະເກີດເຫດການຮ້າຍແຮງ ຫຼື ເຖິງຂັ້ນສູນເສຍກໍເປັນໄດ້  “ເພາະປືນອາດບໍ່ອາດສາມາດແກ້ໄຂບັນຫາໄດ້ທຸກຢ່າງ”.

 

ທ່ານສາມາດກົດເຂົ້າອ່ານບົດຄວາມກ່ຽວກັບປືນໄດ້ແລ້ວທີ່:

https://laopost.com/%e0%ba%9b%e0%ba%b7%e0%ba%99-%e0%ba%ad%e0%ba%b2%e0%ba%94%e0%ba%9a%e0%bb%8d%e0%bb%88%e0%ba%8a%e0%bb%88%e0%ba%a7%e0%ba%8d%e0%bb%81%e0%ba%81%e0%bb%89%e0%bb%84%e0%ba%82%e0%bb%84%e0%ba%94%e0%bb%89/

 

 

 

 

 

ຂໍ້ມູນ ແລະ ຮູບພາບຈາກຊອກວຽກບໍ່

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...