spot_img
Homeຂ່າວຕ່າງປະເທດເຫຍື່ອ ໄຂ້ຫວັດນົກສາຍພັນ H5N6

ເຫຍື່ອ ໄຂ້ຫວັດນົກສາຍພັນ H5N6

Published on

668262

ອົງການຂ່າວລາຍງານຈາກປັກກິ່ງ ປະເທດຈີນ ເມື່ອວັນທີ່ 7 ພຶດສະພາ ຊາຍຊາວຈີນຄົນໜຶ່ງເສຍຊີວິດຈາກ ໄວຣັສໄຂ້ຫວັດນົກສາຍພັນ H5N6 ເຊິ່ງເຊື່ອວ່າເປັນກໍລະນີທຳອິດຂອງໂລກ ທີມະນຸດຕິດເຊື້ອຈາກ ໄວຣັສຊະນິດນີ້ ອົງການຂ່າວຊິນຫົວແຈ້ງວ່າ ຈາກຜົນການທົດສອບ ຊາຍດັ່ງກ່າວອາຍຸ 49ປີ ໃດ້ຮັບເຊື້ອໄວຣັສໄຂ້ຫວັດນົກ H5N6 ເຊິ່ງຜູ້ປ່ວຍໃດ້ຈັບສັດປີກທີ່ຕາຍແລ້ວ ແລະເບືອງຕົ້ນແພດຄິດວ່າເປັນໂລກປອດບວມ ຂະນະທີ່ຊາວບ້ານທີ່ຢູ່ໃກ້ກັບຊາຍຜູ້ນີ້ ຍັງບໍ່ມີອາການອອກມາ ຜູ້ຊ່ຽວຊານລະບຸວ່າມີການຕິດເຊື້ອພຽງຄົນດຽວ ແລະມີຄວາມສ່ຽງຕ່ຳ ທີ່ການຕິດເຊື້ອຈະລຸກລາມ

ສ່ວນສູນຄວບຄຸມໂລກຂອງ ໄຕ້ຫວັນລາຍງານວ່າ ກ່ອນໜ້ານີ້ກວດພົບ ໄວຣັສ H5N6 ໃນສະພາບແວດລ້ອມຂອງເຢຍ​ລະ​ມັນ ສະວີເດັນ ແລະສະຫະລັດອາເມລິກາ ສ່ວນໂຕເລກກ່ຽວກັບໄຂ້ຫວັດນົກຢູ່ຈີນ ໃນປີນີ້ຊ່ວງລະຫວ່າງເດືອນ ມັງກອນ-ມີນາ ປາກົດວ່າ ມີຄົນໃດ້ຮັບເຊື້ອ 250 ຄົນ ແລະ 96 ຄົນ ເສຍຊີວຶດຈາກໄຂ້ຫວັດສາຍພັນ H7N9 ເມື່ອທຽບກັບປີທີ່ແລ້ວມີຄົນຕາຍ 46 ຄົນ ແລະຕິດເຊື້ອ 144 ຄົນຈາກການລະບາດຂອງ H7N9.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...