spot_img
Homeຂ່າວຕ່າງປະເທດເສົ້າສະຫລົດ! ຈະຫລວດຍິງຜິດເປົ້າຕົກກາງງານແຕ່ງໃນເຢແມນ ດັບ 131 ລາຍ

ເສົ້າສະຫລົດ! ຈະຫລວດຍິງຜິດເປົ້າຕົກກາງງານແຕ່ງໃນເຢແມນ ດັບ 131 ລາຍ

Published on

3009m1

ເມື່ອ​ວັນທີ່ 29 ກັນຍາ ສຳ​ນັກ​ຂ່າວ​ບີ​ບີ​ຊີ  ລາຍ​ງານ​ວ່າ ເກີດ​ເຫດ​ເສົ້າ​ສະຫລົດໃຈໃນ​ເຢແມນ ເມື່ອ​ຈະຫລວດ​ທີ່​ຄາດ​ວ່າ​ເປັນ​ຂອງ​ພັນ​ທະ​ມິດ​ອາ​ຣັບ ນຳ​ໂດຍ​ຊາ​ອຸ​ດີ​ອາ​ຣັບ ຜິດ​ເປົ້າ​ຍິງ​ລົງ​ກາງ​ງານ​ແຕ່ງ​ງານ​ທາງ​ຕະເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະເທດ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ​ບໍ່​ຕ່ຳ​ກວ່າ 130 ລາຍ ດ້ານ​ພັນ​ທະ​ມິດ​ອາຣັບ​ຍັງ​ຄົງ​ປະຕິເສດ​ໜັກ​ແໜ້ນ ບໍ່​ໄດ້​ຢູ່​ເບື້ອງ​ຫລັງ​​ນີ້ໃນເຫດການນີ້
ເຫດການ​ນີ້​ເກີດ​ຂຶ້ນ​ເມື່ອ​ວັນທີ່ 28 ກັນຍາ​ທີ່​ຜ່ານມາ  ເມື່ອຈະຫລວດໄດ້​ຕົກ​ໃສ່​ເຕັ້ນ 2 ຫລັງ ໃນ​ຫມູ່ບ້ານ​ນ້ອຍ​ໆ ໃກ້​ກັບ​ທ່າ​ເຮືອ​ທະ​ເລ​ແດງ​ເມືອງ​ໂມ​ຄາ ຊຶ່ງ​ບ່ອນນັ້ນ​ກຳ​ລັງ​ມີ​ການ​ຈັດ​ງານ​ແຕ່ງ​ງານ​​ຢູ່ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍ 40 ຄົນ ໃນ​ຕອນທຳອິດ ກ່ອນທີ່ຈະ​ມີ​ການ​ປັບ​ຕົວ​ເລກ​ເພີ່ມ​ເປັນ​ຢ່າງ​ໜ້ອຍ 130 ຄົນ​ໃນ​ເວລາ​ຕໍ່​ມາ
ຫລັງ​ເກີດ​ເຫດ​ເຈົ້າ​ຫນ້າທີ່​ລະ​ດັບ​ສູງ​ຈາກ​ເຢແມນ ໄດ້​ຢືນຢັນ​ກັບ​ທາງ​ສຳ​ນັກ​ຂ່າວ​ວ່າ ສິ່ງ​ທີ່ເກີດຂື້ນ​ມາ​ຈາກ​ປະຕິບັດການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ຜິດ​ພາດ​ຂອງ​ຝ່າຍ​ພັນ​ທະ​ມິດ​ອາ​ຣັບ ຂະນະ​ທີ່​ຊາວບ້ານ​ເອງ​ກໍ​ເຜີຍ​ວ່າ​ຈະຫລວດ​ດັ່ງ​ກ່າວ​ຖືກ​ຍິງ​ຈາກ​ເຄື່ອງ​ບິນ​ຮົບ​ຂອງ​ພັນ​ທະ​ມິດ​ອາ​ຣັບ
ຢ່າງໃດ​ກໍ​ດີ ທາງ​ໂຄ​ສົກ​ຝ່າຍ​ພັນ​ທະ​ມິດ​ອາ​ຣັບໄດ້​ອອກ​ມາ​ປະຕິເສດ​ຂໍ້​ກ່າວ​ຫາ​ນີ້ ໂດຍ​ບອກວ່າ​ບໍ່​ໄດ້​ຢູ່​ເບື້ອງ​ຫລັງໃນເຫດການ​ນີ້​ເລີຍ ຕະຫລອດ​ໄລຍະ​ເວລາ 3 ມື້ທີ່​ຜ່ານມາ ຝ່າຍ​ພັນ​ທະ​ມິດ​ອາ​ຣັບ​ບໍ່​ໄດ້​ປະຕິບັດການ​ທາງ​ອາ​ກາດ​ໃນ​ພື້ນ​ທີ່​ນັ້ນ ນີ້ເປັນ​ຂ່າວ​ທີ່​ບໍ່ໜ້າເຊື່ອໃຈ​ແທ້ໆ
ດ້ານ​ທ້າວ ​ບັນ ຄີມຸນ ເລ​ຂາ​ທິ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ນາມ​ເຫດ​ໂຈມ​ຕີ​ກາງ​ງານ​ແຕ່ງ​ງານ​ເທື່ອ​ນີ້​ວ່າ​ເປັນ​ການ​ລະ​ເມີດ​ກົດ ແລະ​ ຈະ​ຕ້ອງ​ຖືກ​ສອບ​ສວນ
ທັງ​ນີ້ ພັນ​ທະ​ມິດ​ອາ​ຣັບ​ເຊີ່ງ​ນຳ​ໂດຍ​ຊາ​ອຸ​ດີ​ອາ​ຣັບ ໄດ້​ເປີດ​ເສິກ​ປະຕິບັດການ​ທາງ​ອາ​ກາດ​ ແລະ​ ພາກ​ພື້ນ​ໂຈມ​ຕີ​ກຸ່ມຕິດອາວຸດ​ຕັ້ງ​ແຕ່​ເດືອນ​ມີ​ນາ​​ທີ່​ຜ່ານມາ ກໍ​ໄດ້​ເຮັດໃຫ້​ຜູ້​ຄົນ​ເສຍຊີວິດ​ໄປ​ແລ້ວຫລາຍ​ກວ່າ 5,000 ຄົນ ໃນ​ຈຳນວນ​ນີ້ 2,355 ຄົນ ເປັນ​ປະຊາຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...