spot_img
Homeຂ່າວທ້ອງຖິ່ນເສັ້ນທາງແຕ່ 4 ແຍກຕານມີໄຊ-3 ແຍກສີເກີດ ຈະສ້າງສຳເລັດກ່ອນວັນທີ 30 ພະຈິກນີ້

ເສັ້ນທາງແຕ່ 4 ແຍກຕານມີໄຊ-3 ແຍກສີເກີດ ຈະສ້າງສຳເລັດກ່ອນວັນທີ 30 ພະຈິກນີ້

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຖິງຈະພົບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ຜູ້ຮັບເໝົາກໍໄດ້ມີຄວາມພະຍາຍາມສູງ ເພື່ອສູ້ຊົນ ແລະ ສຸມທຸກກຳລັງເພື່ອຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ໂຄງ ການດັ່ງກ່າວສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ຮັບປະກັນທາງດ້ານຄຸນນະພາບ.

ອີງຕາມບົດລາຍງານຂອງກຸ່ມບໍລິສັດຕັງຈະເລີນ ຈໍາກັດ (ຜູ້ຮັບເໝົາໂຄງການ) ໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຍາວ 9,37 ກິໂລແມັດ ກວ້າງ 28 ແມັດ ຊ່ອງຈະລາຈອນ 6 ເລນ ມູນຄ່າການກໍ່ສ້າງປະມານ 400 ຕື້ກີບ ປັດຈຸບັນ ການປະຕິບັດໂຄງການມີຄວາມຄືບໜ້າຫຼາຍກວ່າ 89% ໂດຍລວມ ຢູ່ພາກສະໜາມຍັງມີບັນຫາຫຍຸ້ງຍາກ ແລະ ອຸປະສັກຫຼາຍຢ່າງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຊັກຊ້າ ການກໍ່ສ້າງບໍ່ຕໍ່ເນື່ອງເທົ່າທີ່ຄວນ ສາເຫດຍ້ອນການປະຕິບັດວຽກງານໄດ້ຢຸດໄປໄລຍະໜຶ່ງ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19.

ໃນນີ້, ວຽກເທເບຕົງຈະໃຫ້ສໍາເລັດໃນທ້າຍເດືອນກັນຍາ ວຽກກໍ່ສ້າງທາງຄົນຍ່າງ ທາງຮ່ອມ ແລະ ໄຟເຍືອງທາງຈະໃຫ້ສໍາເລັດທ້າຍເດືອນຕຸລາ ວຽກຕິດຕັ້ງປ້າຍ ແຕ້ມເສັ້ນຈະລາຈອນ ວຽກຕົບແຕ່ງຕ່າງໆ ຈະໃຫ້ສໍາເລັດ ແລະ ໄດ້ກວດວຽກ 100% ພ້ອມທັງຈະໃຫ້ໄດ້ມອບ-ຮັບໂຄງການ ກ່ອນວັນທີ 30 ພະຈິກ 2020 ນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...