spot_img
Homeຂ່າວທ້ອງຖິ່ນເສັ້ນທາງຕານມີໄຊ-ສີເກີດສຳເລັດການກໍ່ສ້າງຫຼາຍກວ່າ 80ເປີເຊັນ

ເສັ້ນທາງຕານມີໄຊ-ສີເກີດສຳເລັດການກໍ່ສ້າງຫຼາຍກວ່າ 80ເປີເຊັນ

Published on

ເສັ້ນທາງເຊື່ມຕໍ່ລະຫວ່າງຕານມີໄຊ ຫາ ສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍເສັ້ນທາງທີ່ມີຄວາມຍາວ 9,4 ກິໂລແມັດ ໄດ້ສ້າງສຳເລັດຫຼາຍກວ່າ 80%.

ທ່ານ ສົມປະສົງ ຈັນທະວົງ ຜູ້ອຳນວຍການໂຄງການທີ່ປຶກສາ ໄດ້ໃຫ້ສຳພາດຕໍ່ໜັງສືພິມວຽງຈັນທາມເມື່ອວັນທີ 18 ມີນາ 2020 ທີ່ຜ່ານມາວ່າ: ໂຄງການໄດ້ສ້າງສຳເລັດແລ້ວ 85.01% ພ້ອມທັງຢືນຢັນວ່າວຽກງານຫຼັກຂອງໂຄງການຈະສຳເລັດພາຍໃນເດືອນມິຖຸນານີ້.

ໂຄງການດັ່ງກ່າວມີແຜນສ້າງສຳເລັດພາຍໃນເວລາ 2ປີ ແຕ່ງານບາງສ່ວນກໍ່ພົບບັນຫາເຮັດໃຫ້ເກີດຄວາມຊັກຊ້າ ເນື່ອງຈາກຄວາມຫຍຸ້ງຍາກທາງດ້ານການເງິນທີ່ຜູ້ຮັບເໝົາປະເຊີນໜ້າ ແລະ ສິ່ງດັ່ງກ່າວເຮັດໃຫ້ໂຄງການຕ້ອງຂະຫຍາຍອອກໄປ.

ມູນຄ່າການກໍ່ສ້າງທາງເສັ້ນນີ້ທັງໝົດຂອງໂຄງການແມ່ນຢູ່ທີ່ 45,1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບລວມທັງດອກເບ້ຍ) ໂດຍກຸ່ມບໍລິສັດ Tangchaleun Group Co Ltd ເປັນອອກທຶນກໍ່ສ້າງກ່ອນລ່ວງໜ້າທັງໝົດ ແລະ ລັດຖະບານຈະຈ່າຍຄືນໃຫ້ບໍລິສັດໃນໄລຍະເວລາ 7 ປີ ໂດຍອັດຕາດອກເບ້ຍທີ່ກຳນົດໄວ້ແມ່ນ 3.5 ເປີເຊັນຕໍ່ປີ.

ເສັ້ນທາງດັ່ງກ່າວມີຄວາມກວ້າງ 28 ແມັດ ແລະ ມີ 6 ເລນ, ເສັ້ນທາງກາງ, ທາງປູຢາງ, ຮ່ອງລະບາຍນໍ້າ ແລະ ໄຟຈະລາຈອນກໍ່ຈະຖືກຕິດຕັ້ງ.

ຖະໜົນເສັ້ນນີ້ມີພາຫະນະຫຼາຍຄັນນຳໃຊ້ໂດຍສະເພາະລົດບັນທຸກໜັກ ເພາະມັນເປັນທາງເຊື່ອມຕໍ່ເສັ້ນທາງເລກທີ 13 ເໜືອ ແລະໃຕ້, ເສັ້ນທາງ 450, ຖະໜົນ ໄກສອນພົມວິຫານຜ່ານມະຫາວິທະຍາໄລແຫ່ງຊາດລາວ ແລະ ຖະໜົນສາຍຫຼັກອື່ນໆ.

ການຍົກລະດັບເສັ້ນທາງມັນເປັນສິ່ງທີ່ສຳຄັນໃນຕົວເມືອງນະຄອນຫຼວງ ເພາະບັນຈະຊ່ວຍແກ້ໄຂບັນຫາການສັນຈອນທີ່ແອອັດຈາກຍານພາຫະນະຈຳນວນຫຼາຍ ແລະ ຍັງຊ່ວຍໃນດ້ານຄ້າຂາຍ, ຜູ້ຢູ່ອາໄສໃນທ້ອງຖິ່ນນັ້ນ ນອກຈາກນີ້, ມັນຍັງຈະເປັນທາງເລືອກສຳ ລັບລົດບັນທຸກໜັກ ທີ່ເດີນທາງລະຫວ່າງແຂວງພາກເໜືອ ຫາ ພາກໃຕ້ ແລະ ຈາກນະຄອນຫຼວງວຽງຈັນໄປສູ່ຂົວມິດຕະພາບລາວ – ໄທ 1 ອີກດ້ວຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...