spot_img
Homeຂ່າວຕ່າງປະເທດເສຍຊີວິດ 4 ຄົນຈາກເຫດການສະພານລອຍຖະຫຼົ່ມໃນປະເທດຈີນ

ເສຍຊີວິດ 4 ຄົນຈາກເຫດການສະພານລອຍຖະຫຼົ່ມໃນປະເທດຈີນ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າໃນວັນທີ 19 ທັນວາ 2021 ສໍານັກຄົມມະນາຄົມ ແລະ ໜ່ວຍງານຕໍາຫຼວດເມືອງຫູເປີຍທາງພາກກາງຂອງປະເທດຈີນ ໄດ້ເປີດເຜີຍຈໍານວນຜູ້ບາດເຈັບຈາກເຫດການສະພານລອຍຖະຫຼົ່ມເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 8 ຄົນ.

ອຸບັດຕິເຫດນີ້ເກີດຂຶ້ນໃນວັນເສົາທີ 18 ເວລາ 15:36 ໂດຍສະພານລອຍໄດ້ມີການຖະຫຼົ່ມລົງມາເຄິ່ງໜຶ່ງເຮັດໃຫ້ລົດບັນທຸກພິກຄວໍ້າຕົກສະພານ ແລະ ເຮັດໃຫ້ສະພານທີ່ຖະຫຼົ່ມລົງມາທັບຢ່າງຮຸນແຮງ ແລະ ເຮັດໃຫ້ລົດຕິດເປັນເວລາດົນ.

ໃນການລາຍງານໄດ້ລະບຸວ່າໃນຂະນະທີ່ເກີດເຫດມີຄົນງານປະຕິບັດໜ້າທີ່ຢູ່ ແລະ ໄດ້ພົບເຫັນລົດບັນທຸກທີ່ມີນໍ້າໜັກເກີນ ຕົກຈາກສະພານລອຍເຮັດໃຫ້ຂາດເປັນສອງທ່ອນ. ຜູ້ວ່າການ ແລະ ຮອງຜູ້ວ່າການມົນທົນຫູເປີຍໄດ້ເດີນທາງໄປຍັງບ່ອນເກີດເຫດເພື່ອສັ່ງການປະຕິບັດການກູ້ໄພ ທາງດ້ານຕໍາຫຼວດຈະລາຈອນ ແລະ ນັກດັບເພີງຍັງຄົງປະຕິບັດໜ້າທີ່ໃຫ້ຄວາມຊ່ວຍເຫຼືອສຸກເສີນ. ນອກຈາກນີ້, ຍັງໄດ້ມີການສືບສວນຫາສາເຫດຂອງການເກີດເຫດຄັ້ງນີ້ຢ່າງລະອຽດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...