spot_img
Homeຂ່າວຕ່າງປະເທດເສຍຊີວິດ 288 ຄົນ ແລະ ບາດເຈັບກວ່າ 900 ຄົນ ເຫດລົດໄຟຕຳກັນທີ່ປະເທດອິນເດຍ

ເສຍຊີວິດ 288 ຄົນ ແລະ ບາດເຈັບກວ່າ 900 ຄົນ ເຫດລົດໄຟຕຳກັນທີ່ປະເທດອິນເດຍ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ມິຖຸນາ 2023 ຜ່ານມາ, ເກີດອຸບັດຕິເຫດຮຸນແຮງທີ່ອິນເດຍ ຫຼັງລົດໄຟສາຍດ່ວນຕົກລາງ ແລະ ຕຳເຂົ້າກັບລົດໄຟອີກຂະບວນທີ່ແລ່ນສວນມາ ຫຼ້າສຸດຍອດຜູ້ເສຍຊີວິດຢ່າງນ້ອຍ 288 ຄົນ ບາດເຈັບອີກປະມານ 900 ຄົນ (ແຕ່ຄາດວ່າຍອດຜູ້ເສຍຊີວິດຈະເພີ່ມຂຶ້ນອີກ) ອຸບັດຕິເຫດຄັ້ງນີ້ກາຍເປັນອຸບັດຕິເຫດທາງລົດໄຟຄັ້ງທີ່ຮ້າຍແຮງທີ່ສຸດໃນຮອບກວ່າ 20 ປີ ແລະ ໂຫດຮ້າຍທີ່ສຸດເປັນຄັ້ງທີ 3 ໃນປະຫວັດສາດອິນເດຍ.

ທ່ານ ປະທີບ ເຈນາ ລັດຖະມົນຕີຂອງລັດ ໂອດິສາ (Odisha) ເປີດເຜີຍວ່າ: ເຫດການຄັ້ງນີ້ຢູ່ໃນພຶ້ນທີ່ຂອບເຂດເບລາເຊີ ຂອງລັດໂອດິສາ ທາງການໄດ້ລະດົມລົດໂຮງໝໍກວ່າ 200 ຄັນ ແລະ ເຈົ້າໜ້າທີ່ແພດກວ່າ 180 ຄົນ, ໜ່ວຍແພດເຄື່ອນທີ່ 45 ໜ່ວຍ ເຂົ້າໄປໃນທີ່ເກີດເຫດລຳລຽງຜູ້ບາດເຈັບສົ່ງໂຮງໝໍບໍລິເວນໃກ້ຄຽງ ນອກຈາກນີ້ຍັງມີເົ້າໜ້າທີ່ດັບໄຟ ແລະ ໝາດົມກິ່ນຈຳນວນຫຼາຍເຂົ້າໃຫ້ການຊ່ວຍເຫຼືອ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...