spot_img
Homeຂ່າວພາຍ​ໃນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 19 ຄົນຕໍ່ມື້

ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 19 ຄົນຕໍ່ມື້

Published on

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຖະແຫຼງໃນວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2023 ນີ້ວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ທີ່ສູບຢາເປັນປະຈໍາ ກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບເຖິງ 8 ລ້ານຄົນ ແລະ ຄົນລາວເສຍຊີວິດເຖິງ 7.000 ຄົນ ຫຼື 19 ຄົນຕໍ່ມື້.

ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ. ຢາສູບ ເປັນສາເຫດການຕາຍດ່ຽວອັນດັບໜື່ງຂອງໂລກ ເມື່ອທຽບກັບການເປັນພະຍາດໄຂ້ຍຸງ, ວັນນະໂລກ, ຖອກທ້ອງ ແລະ ເອດ ລວມເຂົ້າກັນ, ຖ້າຫາກບໍ່ມີມາດຕະການທີ່ມີປະສິດທິພາບ ແລະ ຈັດຕັ້ງປະຕິບັດຢ່າງຮີບດ່ວນ ຢາສູບຈະຂ້າຜູ້ບໍລິໂພກເພີ່ມຂຶ້ນເປັນ 2 ເທົ່າ ຫຼື ປະມານ 1 ຕື້ຄົນພາຍໃນສັດຕະວັດນີ້.

ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຂະນະນີ້ ແມ່ນຢາສູບໄຟຟ້າ ຊຶ່ງກໍາລັງລະບາດໜັກໃນເດັກ ແລະ ໄວໜຸ່ມ ທັງໃນ ສປປ ລາວ ແລະ ທົ່ວໂລກ, ຢາສູບຮູບແບບນີ້ໄດ້ນໍາໃຊ້ ອຸປະກອນເສີມທີ່ມີ ສີສັນຫຼາກຫຼາຍ ມີຄວາມທັນສະໄໝ ແລະ ໃສ່ສານປຸງແຕ່ງກິ່ນ ແລະ ຣົດຊາດ ທີ່ເດັກ ແລະ ໄວໜຸ່ມຄຸ້ນເຄີຍ ແລະ ນິຍົມຊົມຊອບ ສ້າງຄວາມເຂົ້າໃຈຜິດວ່າ ນີ້ບໍ່ແມ່ນຢາສູບ ເປັນພຽງການສູບສະໝຸນໄພ ແລະ ບໍ່ອັນຕະລາຍຕໍ່ສຸຂະພາບ. ຄວາມຈິງ ຢາສູບໄຟຟ້າ ມີຄວາມອັນຕະລາຍ ຫຼາຍກວ່າ ຢາສູບທໍາມະດາ ຍ້ອນການສູບນິໂກຕີນສົດໆ ລວມທັງ ສານປຸງແຕ່ງກິ່ນ ແລະ ຣົດຊາດທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ອຸປະກອນຍັງສາມາດນໍາໃຊ້ໃນເສບສານເສບຕິດອື່ນໆໄດ້ນໍາອີກ, ທີ່ສໍາຄັນ ຜູ້ສູບເກືອບທັງໝົດ ແມ່ນໄວໜຸ່ມ ແລະ ເດັກ ທີ່ບໍ່ເຄີຍສູບຢາມາກ່ອນ. ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຫຼາຍສະບັບ ໄດ້ ຫ້າມຮອບດ້ານຢາສູບໄຟຟ້າ ລວມທັງ ການຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຄອບຄອງ ແລະ ບໍລິໂພກ, ສະນັ້ນ ຮຽກຮ້ອງຍັງທຸພາກສ່ວນ ໃຫ້ສະກັດກັ້ນ ແລະ ປາບປາມ ສິ່ງເສບຕິດປະເພດນີ້ ອອກຈາກສັງຄົມລາວ, ຂໍໃຫ້ທົ່ວສັງຄົມ ໄດ້ເອົາໃຈໃສ່ ດູແລລູກຫຼານ ໃຫ້ຫ່າງໄກຈາກສິ່ງເສບຕິດເຫຼົ່ານີ້.

ປັດຈຸບັນນີ້ ມີ 79 ປະເທດໃນທົ່ວໂລກກຳລັງພົບກັບບັນຫາການບໍ່ຄໍ້າປະກັນສະບຽງອາຫານ ໂດຍສະເພາະໃນປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ. ສະເພາະໃນປະເທດອາຊຽນຂອງພວກເຮົາ ມີປະຊາກອນເຖິງ 60 ລ້ານຄົນ ທີ່ໄດ້ຮັບອາຫານທີ່ມີໂພຊະນາການບໍ່ຄົບຖ້ວນ, ດ້ວຍເຫດນັ້ນ, ຄວນຫັນປ່ຽນ ຈາກເນື້ອທີ່ທີ່ໃຊ້ປູກຢາສູບ ມາປູກພືດທີ່ກິນໄດ້ ແລະ ມີສານອາຫານທີ່ຄົບຖ້ວນແທນ, ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ປອດໄພ, ມີສານອາຫານທີ່ຄົບຖ້ວນ ແລະ ຮັບປະກັນໃຫ້ມີການຄໍ້າປະກັນສະບຽງອາຫານຢ່າງທົ່ວເຖິງ. ຕົວຢ່າງ ປີ 2019 ໃນພາກພື້ນອາຊຽນໄດ້ນໍາໃຊ້ເນື້ອທີ່ໃນການປູກຢາສູບໄປຫຼາຍກວ່າ 324.575 ເຮັກຕາ ທັງໆທີ່ເນື້ອທີ່ເຫຼົ້່ານີ້ສາມາດໃຫ້ຜົນຜະລິດດ້ານກະສິກຳ ປະເພດຜັກ ແລະ ໝາກໄມ້ເຖິງ 38.575 ໂຕນ ເຊິ່ງພຽງພໍຕໍ່ຄວາມຕ້ອງການບໍລິໂພກຂອງປະຊາຊົນອາຊຽນ ໃນແຕ່ລະມື້ເຖິງ 250.000 ຄົນ ໃນໜຶ່ງປີ.

ທີ່ມາ: FM90

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...