spot_img
Homeຄວາມງາມເລືອກກິນອາຫານທີ່ ອີ່ມດົນ ຊ່ວຍຄວບຄຸມນ້ຳໜັກ

ເລືອກກິນອາຫານທີ່ ອີ່ມດົນ ຊ່ວຍຄວບຄຸມນ້ຳໜັກ

Published on

????????

ການ​ທີ່​ເຮົາ​ກິນອາຫານ​ມື້ໜຶ່ງ​ໃຫ້​ຢູ່​ທ້ອງ​ ຈະ​ເຮັດໃຫ້ ອີ່ມ​ດົນ ແລະ​ ບໍ່​ຄິດ​ຈະ​ກິນ​ຢ່າງ​ອື່ນ​ອີກ ແຕ່​ກັບ​ອາຫານ​ບາງ​ປະ​ເພດ​ທີ່​ກິນໄປ​ພຽງ​ບໍ່​ຈັກ​ຊົ່ວ​ໂມງ ຈັກໜ່ອຍ​ກະ​ຮູ້ສຶກ​ຫິວ​ຂຶ້ນ​ມາ​ອີກ ເຮັດໃຫ້​ເກີດ​ການ​ກິນຈຸກ​ຈິກ ນັ້ນ​ແຫລະ ​ທີ່​ເປັນ​ບັນຫາ​ໃຫຍ່​ສຳຫລັບ​ການ​ຫລຸດ​ນ້ຳ​ໜັກ​

ສຳລັບ​ອາຫານ​ທີ່​ເຮັດໃຫ້​ເຮົາ​ຮູ້ສຶກ ອີ່ມ​ດົນ ນັ້ນ​ໄດ້​ແກ່ ອາຫານ​ກຸ່ມ​ໂປ​ຕີນ ເຊັ່ນ ໄຂ່ ຖົ່ວ ຫລື ​ຊີ້ນ​ສັດ ​​ປາ ແລະ​ ອາຫານ​ກຸ່ມ​ແປ້ງ​ ທີ່​ບໍ່​ຂັດ​ສີ ມີ​ເສັ້ນ​ໃຍ​ອາຫານ​ສູງ ເຊັ່ນ ເຂົ້າ​ໂອດ ຂະໜົມ​ປັງ​ໂຮນ​ວີດ

“ມັນ​ຝຣັ່ງ” ຖື​ເປັນ​ອາຫານ​ທີ່​ ອີ່ມ​ດົນ ທີ່ສຸດ ສຳຫລັບ​ຄົົນທີ່​ຢາກຫ​ລຸດ​ນ້ຳ​ໜັກ ຮັບຮອງ​ວ່າ​ ຈະ​ບໍ່​ມີ​ການ​ກິນ​ຂອງ​ຈຸກ​ຈິກ​ລະຫວ່າງ​ມື້​ແນ່ນ​ອນ

ສ່ວນ​ອາຫານ​ທີ່​ກິນຈັ່ງໃດກະ​ບໍ່​ອີ່ມຈັກເທື່ອ ເປັນ​ປະ​ເພດ​ແປ້ງ​ທີ່​ມີ​ການ​ຂັດ​ສີ ເຊັ່ນ  ເຄັ​ກ ໂດ​ນັດ ມັນຝຣັ່ງຈືນ ເປັນ​ຕົ້ນ ເພາະ​ສະ​ນັ້ນ​ຂໍ​ເຕືອນ​ສຳລັບ​ຄົນ​ຫລຸດ​ນ້ຳ​ໜັກ ວ່າ​ລາຍ​ຊື່​ອາຫານ​ດັ່ງ​ກ່າວ ຕັດ​ອອກ​ໄປ​ຈາກ​ຊີວິດ​ກ່ອນ​ໄດ້​ເລີຍ

ຫລັງ​ຈາກ​ຮູ້​ອີກ​ໜຶ່ງ​ວິທີ​ທີ່​ຊ່ວຍ​ໃນ​ການ​ຫລຸດ​ຄວາມ​ຕຸ້ຍແລ້ວ ກໍ​ຄື​ການ​ເນັ້ນ​ກິນ​ອາຫານ​ໃຫ້​ອີ່ມ​ເປັນ​ມື້ ແລະ ​ບໍ່​ກິນ​ຈຸກ​ຈິກ​ລະຫວ່າງ​ມື້ ກໍ​ຂໍ​ໃຫ້​ທຸກ​ຄົນ​ຢ່າ​ລືມ​ເຕັກ​ນິກ​ອື່ນໆ ບໍ່​ວ່າ​ຈະ​ເປັນ ການ​ເບິ່ງ​ແຄ​ລໍ​ລີ່ ​ຂອງ​ອາຫານ ການ​ເສີມ​ວິ​ຕາ​ມິນ ​ແລະ ​ເສັ້ນ​ໃຍ​ອາຫານ ລວມ​ໄປ​ເຖິງ​ການ​ອອກ​ກຳ​ລັງກາຍ​ເປັນ​ປະຈຳ ເຮັດ​ສິ່ງເຫລົ້ານີ້​ຄອບຄູ່​ກັນ​ໄປ ຮັບຮອງ​ຫຸ່ນ​ງາມ ອີກ​ບໍ່​ໄກ​ເກີນ​ເອື້ອມ​ແລ້ວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...