spot_img
Homeຂ່າວພາຍ​ໃນເລີ່ມກໍ່ສ້າງທາງແຕ່ສົ້ນຂົວຂ້າມນ້ຳງື່ມ ເບື້ອງບ້ານປາກກະຍຸງ-ບ້ານໂພນງາມ

ເລີ່ມກໍ່ສ້າງທາງແຕ່ສົ້ນຂົວຂ້າມນ້ຳງື່ມ ເບື້ອງບ້ານປາກກະຍຸງ-ບ້ານໂພນງາມ

Published on

ເລີ່ມກໍ່ສ້າງທາງແຕ່ສົ້ນຂົວຂ້າມນ້ຳງື່ມ ເບື້ອງບ້ານປາກກະຍຸງ-ບ້ານໂພນງາມ

 

ເສັ້ນທາງແຕ່ສົ້ນຂົວຂ້າມນ້ຳງື່ມ ທີ່ບ້ານເມືອງເກົ່າ-ບ້ານປາກກະຍຸງ ເມືອງວຽງຄຳ-ບ້ານໂພນງາມ (ຄຸ້ມນາຊ່າງເຫຼັກ) ເມືອງທຸລະ
ຄົມ ແຂວງວຽງຈັນ ມູນຄ່າປະມານ 244 ຕື້ກີບ ໄດ້ຮັບການລົງມືເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງການເຊັນສັນຍາລະຫວ່າງທ່ານ
ສຸມຸນ ທາສົມຈັນມະວົງ ຮັກສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ກັບທ່ານ ຄຳໄສ ສິດທິພອນ ປະ
ທານບໍລິສັດ ສະໜາມໄຊກໍ່ສ້າງ ໃນວັນທີ 28 ກຸມພາ 2013 ຢູ່ຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍຊ້ອງໜ້າທ່ານນາງ
ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍພະນັກງານກ່ຽວຂ້ອງ.
ທ່ານ ຄຳໄສ ສິດທິພອນ ໄດ້ກ່າວວ່າ: ທາງເສັ້ນດັ່ງກ່າວ ເປັນທາງຕັດແລວໃໝ່ທີ່ນອນຢູ່ໃນທາງເທດສະບານແຂວງວຽງຈັນ ຈະ
ສ້າງຕາມມາດຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງຄື: ມີຄວາມຍາວ 12,5 ກິໂລແມັດ ໜ້າທາງລົດແລ່ນກວ້າງ
11 ແມັດ ມີດອນໃຈກາງທາງ ມີທາງຍ່າງເບື້ອງລະ 1,5 ແມັດ ມີລະບົບເຍືອງທາງຄົບຊຸດ ໂດຍເສັ້ນທາງນີ້ຈະສ້າງເປັນທາງປູ
ຢາງສອງຊັ້ນ ແລະ ເປັນທາງເສັ້ນຕັດໃໝ່ ເລີ່ມແຕ່ສົ້ນຂົວຂ້າມນ້ຳງື່ມເບື້ອງບ້ານປາກກະຍຸງ ຕັດອອກດ້ານຫຼັງບ້ານດັ່ງກ່າວ ຜ່ານ
ປ່າດົງປ່າເຫຼົ່າ ຊອດໃສ່ທາງຫຼວງແຫ່ງຊາດເລກ 10 ທີ່ບ້ານໂພນງາມ (ຄຸ້ມນາຊ່າງເຫຼັກ) ເມືອງທຸລະຄົມ ພາຍຫຼັງການເຊັນສັນ
ຍາຄັ້ງນີ້ແລ້ວ ບໍລິສັດຂອງຂ້າພະເຈົ້າຈະຂຸ້ນຂ້ຽວລົງມືໃນທັນທີ ຕາມແຜນທີ່ຄາດໄວ້ແມ່ນແຕ່ນີ້ ຮອດລະດູຝົນພວກເຮົາຈະໃຫ້ສຳ
ເລັດວຽກທະລຸບຸກເບີກໜ້າທາງໃໝ່ 100% ສ່ວນປີທັດໄປກໍ່ຈາກເລີ່ມລົງດິນ ຍົກລະດັບ ອັດແໜ້ນ ແລະ ປູຢາງຕາມລຳດັບ ໃນ
ໜ້າວຽກທັງໝົດຈະໃຫ້ສຳເລັດພາຍໃນ 3 ປີ ໂດຍບໍລິສັດພວກເຮົາຈະລົງທຶນກ່ອນ ຈາກນັ້ນ ລັດຖະບານຈະຊຳລະຄືນພາຍໃນກຳ
ນົດ 10 ປີ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...