spot_img
Homeຂ່າວພາຍ​ໃນເລັ່ງສ້າງ​ມາດຕະຖານ​ກະສິກຳ​ສະອາດ

ເລັ່ງສ້າງ​ມາດຕະຖານ​ກະສິກຳ​ສະອາດ

Published on

ປັດຈຸບັນຜະລິດ​ຕະພັນ​ກະສິກຳ​ສະອາດ​ປອດ​,​ ພວມ​ໄດ້​ຮັບ​ຄວາມ​ນິຍົມຢ່າງ​ກວ້າງ​ຂວາງ​ຈາກ​ຜູ້​ບໍລິ​ໂພ​ກພາຍ​ໃນ ແລະ ຕ່າງປະ​ເທດ​ດສະນ້ັນການ​ມີ​ມາດຕະຖານ​ກະສິກຳ​ສະອາດຈິ່ງ​ເປັນ​ທ່າສຳຄັນ​​ຂອງ​ລາວ​ໃຫ້ສາ​ມາດ​ແຂ່ງຂັນ​ໃນ​​ເຂດ​ການ​ຄ້າ​ເສລີ ຂອງ​ອາ​ຊຽນ ຫລື AFTA ເພື່ອ​ກຽມ​ຄວາມ​ພ້ອມ​ດັ່ງກ່າວ ສປປ ລາວ ພວມ​ເລັ່ງ​ສ້າງ​ນິຕິ​ກຳ​ຫລາຍ​ດ້ານ ​ເປັນຕົ້ນ: ການ​ພັດ ທະນາ​ລະບົບ​ການ​ຜະລິດ​ກະສິ ກຳ​ໃຫ້​ມີ​ມາດຕະຖານ​ສະອາດ​ປອດ​ໄພ, ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ມາດຕະຖານ, ການ​ກວດກາ ​ແລະ ການ​ຢັ້ງຢືນ​ໃຫ້​ສອດຄ່ອງ ​ແລະ ​ເທົ່າ​ທຽມ​ກັບປະ​ເທດ​ໃນ​ຂົງ​ເຂດ​ພາກພື້ນອາ​ຊຽນ ແລະ ວຽກ​ງານ​ດັ່ງກ່າວ​ພວມ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໃນ​ໂຄງ ການ “ສ້າງ​ຄວາມ​ເຂ້ັມ​ແຂງ​ໃຫ້​ແກ່​ການ​ຜະລິດ​ກະສິກຳ​ທີ່​ດີ ຢູ່ ສປປ ລາວ” ຊຶ່ງ​ເປັນ​ໂຄງ ການທີ່​ໄດ້​ຮັບ​ການ​ສະ​ນັບ​ສະ​ໜູນ ຈາກ​ການ​ຮ່ວມ​ມື 3 ຝ່າຍ​ຄື: ລັດຖະ ບານ​ລາວ, ​ເຢຍລະ​ມັນ ​ແລະ ລັດ ຖະບານ​ໄທ ​ໂດຍ​ເລີ່​ມຈັດຕັ້ງປະ ຕິບັດ​ມາ​ແຕ່​ປີ 2012, ສະນັ້ນ ​ເພື່ອ​ຖອດ​ຖອນ​ບົດຮຽນ​ໃນ​ການ​ປະ ຕິບັດ​ໂຄງການ​ດັ່ງກ່າວ ​ໃນ​ວັນ​ທີ 28 ພຶດ ສະພານີ້, ຢູ່​ໂຮງ​ແຮມ​ລັດສະໝີ​ພຣາຊາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີສຳ​ມະ​ນາການ​ຜະລິດ ​ແລະ ການ​ຕະຫລາດກະສິກຳ

​ທີ່​ດີຂອງ​ລາວ​ຂຶ້ນ ​ໂດຍ​ການ​​ເຂົ້າຮ່ວມຂອງທ່ານ​ນາງ ດຣ ມົນ​ທາ​ທິບ ຈັນ​ເພັງ​ໄຊ ຫົວໜ້າ​ກົມ​ປູກຝັງກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ພ້ອມ​ພະນັກງານ​ວິຊາ​ການ​ຈາກ​ພາກສ່ວນ​ກ່ຽວຂ້ອງ, ຜູ້​ຜະລິດ ​ແລະ ​ກະສິກອນ​.

ໃນ​ໂອກາດ​ນີ້, ທ່າ​ນຫົວໜ້າ​ກົມ​ປູກຝັງ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ການ​ພັດທະນາ​ກະສິກຳ​ສະອາດ ແລະ ປອດ​ໄພຢູ່ລາວ ພວມ​ມີ​ບາດກ້າວ​ຂະຫຍາຍຕົວ​ຫລາຍ​ສົມຄວນ ​ໂດຍ​ສະ​ເພາະ​ແມ່ນ​ລະ ບົບ​ນິຕິ​ກຳ​ທີ່​ຮອງ​ຮັບ ​ແລະ ພາກ​ການ​ຜະລິດ​ກໍ​ມີ​ໜໍ່​ແໜງ​ຈຳ ນວນ​ໜຶ່ງ ຊຶ່ງ​ປັດຈຸບັນ​ໄດ້​ມີ​ມາດຕະ ຖານ, ກາ​ໝາຍ, ຂະ​ບວນການ​ກວດກາ ​ແລະ ການ​ອອກ​ໃບ ຢັ້ງຢືນ ພ້ອມ​ດຽວ​ກັນນີ້ ກໍ​ໄດ້​ສ້າງ​ຟາ​ມຕົວ​ແບບ​ດ້ານ​ກະສິກຳ​ທີ່​ດີ, ມີ​ສູນ​ພັດທະນາ​ກະສິກຳ​ທີ່​ສະອາດ ​ແລະ ມີກຸ່ມ​ຜູ້​ຜະລິດກະ ສິກຳ​ທີ່​ດີສະອາດ ​ແລະ ປອດ​ສານພິດ​ຈຳນວນ​ໜຶ່ງ ຢູ່​ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ວຽງ​ຈັນ. ການຈັດ​ສຳ​ມະ​ນາຄັ້ງ ນີ້, ​ເພື່ອ​​ແນ​ໃສ່ເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານ ​ແລະ ຄວາມ​ພ້ອມ ຂອງ ສປປ ລາວ ​ໃນ​ການ​ຜະລິດ​ກະສິ ກຳ​ທີ່​ດີ ​ໃຫ້​ຮູ້ຈັກ​ກັນ​ຢ່າງ​ກວ້າງ ຂວາງ ລະຫວ່າງ​ຜູ້​ຜະລິດ, ຜູ້​ປະກອບ​ການ, ນັກທຸລະກິດ ​ແລະ ຜູ້​ບໍລິ​ໂພ​ກ ​ໃຫ້​​ເຂົາ​ເຈົ້າ​ໄດ້​ເຂົ້າໃຈ​ກ່ຽວ​ກັບ​ຄວາມ​ໝາຍສຳຄັນ​ຂອງ​ການ​ຜະລິດ​ກະສິກຳ​ທີ່​ສະອາດ ​ແລະ ທ່າ​ແຮງ​ໃນ​ການ​ເຂົ້າ​ເຖິງ​ຕະຫລາດ​ສາກົນ ​ແລະ ພາກພື້ນ.

ທີ່ມາ http://laophatthananews.blogspot.com/2014/05/blog-post_9952.html

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...