spot_img
Homeພາສາລາວເລັ່ງຊອກຫາ ຊ່ອງແກ້ໄຂການໃຊ້ ພາສາລາວບໍ່ຖືກຕ້ອງ

ເລັ່ງຊອກຫາ ຊ່ອງແກ້ໄຂການໃຊ້ ພາສາລາວບໍ່ຖືກຕ້ອງ

Published on

ການໃຊ້ພາສາລາວ ໃນການຂຽນ, ການເວົ້າ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຍັງພົບອຸປະສັກບໍ່ໜ້ອຍ ຍ້ອນອິດທິພົນ ປະເທດພັດທະນາແລ້ວ, ພວມພັດທະນາ ໄດ້ກະທົບ ແລະ ປ່ຽນແປງວ່ອງໄວ ຕໍ່ພາຍໃນປະເທດ ຂະນະທີ່ການໃຊ້ພາສາ ພາຍໃນປະເທດ ຍັງບໍ່ມີລັກສະນະ ເອກະພາບ ແລະ ບໍ່ໄດ້ຮັບການພັດທະນາ ທັນກັບສະພາບການຕົວຈິງ ເທົ່າທີ່ຄວນ ເຊິ່ງໄດ້ເຮັດໃຫ້ເກີດມີ ການໃຊ້ພາສາບໍ່ຖືກຕ້ອງ.

ຊຸດສໍາມະນາ ພາຍໃຕ້ຫົວຂໍ້: ການນໍາໃຊ້ພາສາລາວ ໃນສື່ມວນຊົນ (ໂຄສະນາວິທະຍຸ ແລະ ໂທລະພາບ) ໄດ້ຈັດຂຶ້ນ ໃນວັນທີ 10 ຕຸລານີ້ ທີ່ສະຖາບັນສື່ມວນຊົນ ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ, ພ້ອມດ້ວຍນັກຂ່າວ, ວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການຕ່າງໆ ເຂົ້າຮ່ວມ ເຊິ່ງບັນຫາຕົ້ນຕໍ ຂອງການສໍາມະນາຄັ້ງນີ້ ເລັງໃສ່ປຶກສາຫາລື, ແລກປ່ຽນຄວາມຄິດຄວາມເຫັນ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຊອກຫາວິທີແກ້ໄຂ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ໃນຕໍ່ໜ້າ.

ທ່ານ ສີພາ ນົງລາດ ຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ພາສາທີ່ຖືກຕ້ອງນັ້ນ ແມ່ນບອກເຖິງ ຄວາມເປັນຊາດ ແລະ ຮາກເຫງົ້າ ຂອງບັນພະບຸລຸດ ຂອງພວກເຮົາ. ສະນັ້ນ, ນັກຂ່າວທີ່ເກັ່ງ, ວິທະຍາກອນທີ່ດີ, ແລະ ນັກເວົ້າທີ່ມ່ວນ ແມ່ນບົ່ງບອກເຖິງ ຄວາມຮັກ, ຄວາມເອົາໃຈໃສ່ ແລະ ຮູ້ໃຫ້ກຽດຕໍ່ພາສາຕົນເອງ ຢ່າງໜັກແໜ້ນ.

 ແນວໃດກໍດີ ການໃຊ້ສັບພາສາ ເຂົ້າໃນວຽກສື່ມວນຊົນນັ້ນ ກໍຄວນເຂົ້າໃຈ ແລະ ຕ້ອງຮັບຮູ້ໃຫ້ເລິກເຊິ່ງ ແບບພາວະວິໄສ. ການຂຽນຂ່າວ, ສື່ສິ່ງພິມ ຈະເນັ້ນໃສ່ ຜູ້ອ່ານເປັນຫລັກ ລົງເລິກຢ່າງລະອຽດ ແລະ ມີຫລັກຖານຄົບຖ້ວນທຸກດ້ານ ເພື່ອເກັບຮັກສາໄວ້ ເປັນຂໍ້ມູນສໍາເນົາ ຫລື ຈຸດປະສົງອື່ນໆ ແຕ່ສໍາລັບຂຽນ ປະກອບໃສ່ວິທະຍຸ ແລະ ໂທລະພາບນັ້ນ ຈຸດປະສົງແມ່ນເພື່ອຜູ້ຟັງ, ຜູ້ເບິ່ງໄດ້ຮັບຮູ້ວ່ອງໄວ ແລະ ທັນເຫດການ ສັ້ນກະທັດຮັດ ມີເນື້ອໃນຄົບຖ້ວນ. ບໍ່ເວົ້າຍາວ, ບໍ່ຄວນເວົ້າຊໍ້າຄືນ ແລະ ຍິ່ງໄປກວ່ານັ້ນກໍມີການໃຊ້ຄໍາສັບ ສອດຫ້ອຍສາລະໜ້າຮູ້ ເພື່ອຄວາມບັນເທີງ ແລະ ອື່ນໆ.

ດ້ວຍເຫດນີ້ ສໍາມະນາກອນ ຈາກສື່ມວນຊົນ ຂະແໜງການຕ່າງໆ ຈຶ່ງໄດ້ຮັບການຍົກລະດັບ, ຮຽນຮູ້ ການນໍາໃຊ້ພາສາລາວ ໃນສື່ທີ່ມີຄວາມຖືກຕ້ອງ ແລະ ເປັນເອກະພາບກັນ, ທັງເປັນການສ້າງຄວາມຮູ້ ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ເພື່ອຈະນໍາໄປໝູນໃຊ້ ເຂົ້າໃນວຽກງານ ດ້ານວິຊາການ ເຊິ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ ໃນຂົງເຂດສື່ມວນຊົນ, ໂດຍສະເພາະຄໍາສັບ, ປະໂຫຍກທີ່ໃຊ້ໃຫ້ຖືກກັບ ກາລະເທສະ ທັງນີ້ແນ່ໃສ່ເຮັດໃຫ້ ການນໍາໃຊ້ພາສາລາວ ມີການພັດທະນາທີ່ດີຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຂອບໃຈຂໍ້ມູນຈາກ : http://kpl.gov.la/

ຂອບໃຈຮູບພາບຈາກ : www.rfa.org

ທີ່ມາ: http://muan.sanook.com/1031/

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...