spot_img
Homeຂ່າວພາຍ​ໃນເລຂາທິການໃຫຍ່ ສປຊ ຢ້ຽມຢາມ ສູນຝຶກອົບຮົມເກັບກູ້ລະເບີດແຫ່ງຊາດ

ເລຂາທິການໃຫຍ່ ສປຊ ຢ້ຽມຢາມ ສູນຝຶກອົບຮົມເກັບກູ້ລະເບີດແຫ່ງຊາດ

Published on

ໃນຕອນບ່າຍ ຂອງວັນທີ 7 ກັນຍາ 2016, ທ່ານ ບັນກີມູນ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ, ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ສູນຝຶກອົບຮົມ ເກັບກູ້ລະເບີດແຫ່ງຊາດ, ຢູ່ບ້ານອີ່ໄລ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍຄະນະ
ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ລາຍງານວ່າ: ສປປ ລາວ ເປັນປະເທດດຽວໃນໂລກ ທີ່ຖືກກະທົບຢ່າງໜັກໜ່ວງ ຈາກລະເບີດບໍ່ທັນແຕກ ຕົກຄ້າງໃນຊຸມປີ 1964-1973, ມີລະເບີດຫລາຍກວ່າ 2 ລ້ານໂຕນ ຖືກຖີ້ມລົງໃສ່ຜືນແຜ່ນດິນລາວ. ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຈຶ່ງເປັນບັນຫາທີ່ຂົ່ມຂູ່ ຕໍ່ຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະເປັນອຸປະສັກອັນໃຫຍ່ຫລວງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຕໍ່ບັນຫາດັ່ງກ່າວ, ລັດຖະບານຈຶ່ງໄດ້ ເລີ່ມປະຕິບັດວຽກງານ ເກັບກູ້ລະເບີດ ບໍ່ທັນແຕກ ແຕ່ປີ 1996 ໂດຍໄດ້ສ້າງແຜນຍຸດທະສາດ ເພື່ອແກ້ໄຂບັນຫານີ້ ສຳລັບປີ 2011-2020 ແລະໃນປີ 2010 ລັດຖະບານ ໄດ້ຮັບຮອງເອົາ MDG 9 ເປັນເປົ້າໝາຍສະເພາະຂອງ ສປປ ລາວ ໃນການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ໂດຍໄດ້ກຳນົດໄວ້ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.
ໃນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້, ລັດຖະບານ ຈຶ່ງໄດ້ປະກາດ ໃຫ້ວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງເປັນເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ອັນດັບທີ 18 ດ້ວຍເຫດນີ້ ລັດຖະບານ ຍັງມີຄວາມຕ້ອງການ ທາງດ້ານທຶນຮອນ, ເຕັກນິກວິ ຊາການ ຢ່າງຫລວງຫລາຍ ຈາກພາຍໃນ ແລະຕ່າງປະເທດ, ຈຶ່ງຂໍຮຽກຮ້ອງມາຍັງ ບັນດາປະເທດ ຜູ້ໃຫ້ທຶນຊ່ວຍເຫລືອ, ອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະ ອົງການສະຫະປະຊາຊາດ ຈົ່ງສືບຕໍ່ໃຫ້ ການສະໜັບສະໜູນ ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ນັບມື້ໝົດໄປ ຈາກຜືນແຜ່ນດິນລາວ.
ໃນໂອກາດດຽວກັນນີ້, ທ່ານ ບັນກີມູນ ກໍໄດ້ສະແດງຄວາມຍິນດີ ຕໍ່ຄວາມພະຍາຍາມ ຂອງລັດຖະບານລາວ ເພື່ອແກ້ບັນຫາ ລະເບີດບໍ່ທັນແຕກ ເພື່ອຄວາມປອດໄພ ແລະຄວາມຢູ່ດີກິນດີຂອງປະຊາຊົນ. ສປຊ ພ້ອມທີ່ຈະໃຫ້ການຮ່ວມມື ແລະສະໜັບສະໜູນ ໃນວຽກງານດັ່ງກ່າວ ຕາມຄວາມເໝາະສົມ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...