spot_img
Homeຂ່າວຕ່າງປະເທດເຣເຊີ ຈັບມື ວີຊ່າ ປັບໂສມບໍລິການຊຳລະເງິນໃຫ້ສາວົກເກມ

ເຣເຊີ ຈັບມື ວີຊ່າ ປັບໂສມບໍລິການຊຳລະເງິນໃຫ້ສາວົກເກມ

Published on

ເຣເຊີ ແບຣນຊື່ດັງລະດັບໂກລສຳລັບເກມເມີໄດ້ຮ່ວມມືກັບວີຊ່າ ຜູ້ນຳດ້ານການໃຫ້ບໍລິການຊຳລະເງິນດິຈິຕອລລະດັບໂລກປະກາດຄວາມຮ່ວມມືທາງທຸລະກິດຢ່າງເປັນທາງການສຳລັບການປະຕິວັດອຸດສາຫະກຳເກມໃຫ້ຜູ້ໃຊ້ງານ ເຣເຊີ ເພລ ສາມາດເຂົ້າເຖິງເຄືອຂ່າຍຂອງວີຊ່າທົ່ວໂລກໄດ້ຢ່າງເຕັມທີ່.

ປະທານບໍລິຫານວີຊ່າປະຈຳພູມີພາກອາຊີແປຊິຟິກໄດ້ກ່າວວ່າ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບເຣເຊີໃນການສ້າງສັນນະວັດຕະກຳເພື່ອເພີ່ມທາງເລືອກການຊຳລະເງິນແບບດິຈິຕອລໃຫ້ແກ່ຜູ້ບໍລິໂພກ ທັງນີ້ ການປະກາດຮ່ວມມືດັ່ງກ່າວຖືເປັນການເນັ້ນຢ້ຳຈຸດຢືນຂອງວີຊ່າທີ່ມຸ່ງໝັ້ນໃນການຊ່ວຍພັດທະນາທ່າແຮງດ້ານລະບົບດິຈິຕອລຂອງພູມີພາກອາຊີຕາເວັນອອກສຽງໃຕ້ ນອກ ຈາກນີ້ ວີຊ່າ ແລະ ເຣເຊີ ຟິນເທັກ ຍັງໄດ້ເພີ່ມໂອກາດດ້ານການໃຊ້ຈ່າຍໃຫ້ຄອບຄຸມຫຼາຍກວ່າເກົ່າ ຊຶ່ງບໍ່ພຽງແຕ່ສຳລັບສາວົກເກມເທົ່ານັ້ນ ແຕ່ຍັງຄອບຄຸມເຖິງກຸ່ມຄົນທີ່ຢູ່ນອກລະບົບທະນາຄານ ແລະ ຜູ້ທີ່ຍັງບໍ່ສາມາດເຂົ້າເຖິງລະບົບການຊຳລະເງິນໃນອາຊີຕາ ເວັນອອກສຽງໃຕ້ຈຳນວນຫຼາຍ.

ທັງນີ້ ອາຊີຕາເວັນອອກສຽງໃຕ້ມີປະຊາກອນຈຳນວນຫຼາຍທີ່ບໍ່ມີບັນຊີທະນາຄານ ລວມເຖິງກຸ່ມຄົນທີ່ເຂົ້າບໍ່ເຖິງການຊຳລະເງິນແບບດິຈິຕອລກວ່າ 438 ລ້ານຄົນ ດັ່ງນັ້ນ ການຮ່ວມມືລະຫວ່າງສອງບໍລິສັດໃນຄັ້ງນີ້ຈະສາມາດຊ່ວຍຂະຫຍາຍການໃຫ້ບໍລິການທາງການເງິນໄປຍັງກຸ່ມຄົນດັ່ງກ່າວ ລວມເຖິງກຸ່ມເດັກນ້ອຍ-ເຍົາວະຊົນ ໄວໜຸ່ມສາວ ແລະ ອື່ນໆ ແລະ ໃນອີກບໍ່ເທົ່າໃດເດືອນຂ້າງໜ້າກໍມີແຜນຂະຫຍາຍເພື່ອໃຫ້ຄອບຄຸມໃນຫຼາຍປະເທດທົ່ວໂລກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...