spot_img
Homeຂ່າວພາຍ​ໃນເຢຍລະມັນຈະ​ສືບ​ຕໍ່​ຊຸກຍູ້- ສົ່ງເສີມການພົວພັນຮ່ວມມື​ແກ່ ສປປ ລາວ

ເຢຍລະມັນຈະ​ສືບ​ຕໍ່​ຊຸກຍູ້- ສົ່ງເສີມການພົວພັນຮ່ວມມື​ແກ່ ສປປ ລາວ

Published on

ໃນວັນທີ 28 ກຸມພາ 2019, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ທ່ານ ນໍເບີດ ບາດໂທ (Norbert Barthle) ຮອງລັດຖະມົນຕີກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສ.ເຢຍລະມັນ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ທ່ານ ສະເຫລີມໄຊ ກົມມະສິດ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ເຢຍລະມັນ ແກ່ ສປປ ລາວ ເຊິ່ງ ເຢຍລະມັນ ເປັນ​ປະ​ເທດ​ລະດັບ​ຕົ້ນໆ​​ ທີ່​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ສະໜັບສະໜູນ ສປປ ລາວ​ ຕະຫລອດມາ ໂດຍສະເພາະ ແມ່ນການຊ່ວຍເຫລືອປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ແລະ ໃນແຂວງອື່ນທົ່ວປະເທດ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ການຊ່ວຍເຫລືອເພື່ອການພັດທະນາແກ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນໃນຊຸມປີຕໍ່ໜ້າ ເຊັ່ນ: ວຽກງານອາຊີວະສຶກສາ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME).

ພ້ອມນີ້, ຍັງໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນທັງສອງປະເທດໃຫ້ຫລາຍຂື້ນ ແລະ ຊ່ວຍ​ຊຸກຍູ້ນັກທຸລະກິດ, ນັກລົງທຶນ​ ​ແລະ ເຊີນຊວນປະຊາຊົນ, ນັກ​ທ່ອງທ່ຽວ​ເຢຍລະມັນ​ມາ​ທ່ອງທ່ຽວ ແລະ ​ລົງທຶນ​ຢູ່ລາວ ​ໃຫ້ຫລາຍຂຶ້ນໃນຊຸມປີຕໍ່ໜ້າ. ທັງສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍໃນປີ 2018 ທີ່ຜ່ານມາ ​ເຊິ່ງເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 60 ປີ ແລະ ການຮ່ວມມື ລາວ-ເຢຍລະມັນ ຄົບຮອບ 55 ປີ ທີ່ໄດ້ຮ່ວມກັນຈັດກິດ ຈຳກຳສະເຫລີມສະຫລອງ ວັນສຳຄັນດັ່ງກ່າວ ອັນເປັນມິດໝາຍໃໝ່ ໃຫ້ແກ່ການຮັດແໜ້ນ ສາຍພົວພັນຮ່ວມມື ຂອງສອງປະເທດ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດຽວກັນ, ທ່ານ ນໍເບີດ ບາດໂທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ອັນດີງາມທີ່ມີມູນເຊື້ອ ມາແຕ່ຍາວນານ ລະຫວ່າງສອງປະເທດ ໃນ​ໄລຍະ​ຜ່ານ​ມາ​ເຖິງ​ປັດຈຸບັນ ແລະ ຈະສືບຕໍ່ຮັກສາມູນເຊຶ້ອ ພ້ອມທັງເສີມຂະຫຍາຍໃຫ້ນັບມື້ນັບດີຂຶ້ນ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ໄດ້ຮັບການພັດທະນາ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງ ກອນ 1958. ຜ່ານມາ ເຢຍລະມັນ ໄດ້ໃຫ້ການຮ່ວມມືຊ່ວຍເຫລືອແກ່ ສປປ ລາວ ໃນສອງຂະແໜງການບຸລິມະສິດ ຄື: ການຮ່ວມມືທາງດ້ານເຕັກນິກ ແລະ ການຮ່ວມມືທາງດ້ານການເງິນ, ໂດຍອີງໃສ່ ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ໄດ້ເນັ້ນໜັກໃສ່ການພັດ​ທະ​ນາ​ຊົນ​ນະ​ບົດ, ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊັບພະ ຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ.

ມາເຖິງປັດຈຸບັນ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ມີມູນຄ່າປະມານ 427,1 ລ້ານເອີໂຣ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ຮູບພາບ: Germanyinlaos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...