ເມົາແລ້ວຂັບ ເສຍຫລັກຕຳເສົາໄຟເຍືອງທາງ ເສຍຊີວິດຄາທີ່ ຢູ່ບ້ານເກົ້າຍອດ!

accidentss

​ເຈົ້າ​ໜ້າ​ທີ່​ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​​ເວລາ​ 3:00​ໂມງ ຂອງ​ວັນ​ທີ 28 ພຶດສະພານີ້, ໄດ້​ມີ​ລົດຈັກ​ໝາຍ​ເລກ​ທະບຽນ ຍທ 3617 ກຳ​ແພງ​ນະຄອນ, ​ຂັບ​ຂີ່​ໂດຍ​ທ້າວ ​ແຊມ ອາຍຸ 25 ປີ ອາຊີບ​ກຳມະກອນ ຢູ່​ບ້ານ​ດອນ​ກອຍ ​ເມືອງ​​ໄຊ​ເສດ​ຖາ ​ດ້ວຍ​ຄວາມ​ໄວສູງບວກ​ກັບອາການ​ມຶນ​ເມົາ ​​ເກີດ​ເສຍ​ຫລັກເຈີດ​ໄປ​ຕຳ​ເອົາ​ເສົາ​ໄຟ​ເຍືອງ​ທາງ​ຢູ່ເບື້ອງ​ຊ້າຍມື​ໃນ​ບໍລິ​ເວນ​​ບ້ານ​​ເກົ້າ​ຍອດ​ ​ເມືອງ​​ສີ​ສັດຕະ​ນາກ ນະຄອນ​ຫລວງ​ວຽງ​ຈັນ ເສຍ​ຊີວິດ​ຄາ​ທີ່.

ເຈົ້າ​ໜ້າ​ທີ່​​ ​ໃຫ້​ຮູ້ຕື່ມ​ວ່າ: ອຸປະຕິ​ເຫດ​ສ່ວນ​​ໃຫຍ່​ແມ່ນ​ເກີດ​ຈາກ​ການ​ຂັບ​ຂີ່​ແບບ​ປະໝາດ, ບໍ່​ເຄົາລົບ​ກົດ​ຈະລາຈອນ, ​ດື່ມ​ສິ່ງ​ຂອງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​​ຍານພາຫະນະ. ພ້ອມ​ກັນ​ນີ້ ຍັງ​ໄດ້​ຝາກ​ເຕືອນ​ສະຕິໃຫ້​ຜູ້​​ໃຊ້​ລົດ​ໃຊ້​ຖະໜົນ​ຈົ່ງ​ປະຕິບັດ​ລະບຽບ​ຈະລາຈອນ​ໃຫ້​ເຂັ້ມ​ງວດ​ຫລາຍ​ຂຶ້ນເພື່ອ​ເຮັດ​ໃຫ້​ອຸປະຕິ​ເຫດ​ຫລຸດຜ່ອນ​ລົງ​ຕາມ​ລຳດັບ.

 

ແຫລ່ງຂ່າວ: ລາວພັດທະນາ