spot_img
Homeນານາສາລະເມື່ອລົດຄັນເລັ່ງຄ້າງຈະເຮັດແນວໃດໃຫ້ລອດຕາຍ ຄວນອ່ານ!

ເມື່ອລົດຄັນເລັ່ງຄ້າງຈະເຮັດແນວໃດໃຫ້ລອດຕາຍ ຄວນອ່ານ!

Published on

ໄລຍະນີ້ເປັນຊ່ວງຂອງການເດີນທາງ ມີຜູ້ຄົນຈຳນວນຫຼາຍທີ່ໃຊ້ລົດເດີນທາງກັບເມືອບ້ານເກີດເມືອງນອນ ເພາະເປັນຊ່ວງພັກຍາວປີໃໝ່ລາວ ແລະ ມັກຈະມີຂ່າວເກີດອຸບັດຕິເຫດຕາມທ້ອງຖະໜົນຫຼາຍກໍລະນີ ໃນຄໍລຳ ສາລະໜ້າຮູ້ ມື້ນີ້ ແອັດມິນເລີຍມີທັກສະການເອົາຕົວລອດກໍລະນີທີ່ລົດເກີດເຫດຂັດຂ້ອງທາງເທັກນິກ ເຊັ່ນ: ເມື່ອຜູ້ຂັບລົດຕ້ອງພົບກັບບັນຫາຄັນເລັ່ງລົດຄ້າງ ແລະ ບໍ່ສາມາຜ່ອນຄວາມໄວລົງໄດ້ ຜູ້ຂັບຂີ່ຄວນປະຕິບັດດັ່ງນີ້:

  • ຕັ້ງສະຕິໃຫ້ດີ ຢ່າຕົກໃຈເກີນເຫດ ຄວບຄຸມພວງມະໄລລົດ ແລະ ທິດທາງລົດໃຫ້ໄປໃນທາງທີ່ດີທີ່ສຸດ
  • ໃຫ້ເຂົ້າເກຍວ່າງໂດຍທັນທີເພື່ອຕັດກຳລັງການຂັບເຄື່ອນຂອງລົດລະຫວ່າງເກຍ ແລະ ເຄື່ອງຍົນ ຫາກເປັນເກຍລົດທຳມະດາຕອ້ງຢຽບຄາດປ່ຽນໄປເກຍວ່າງ
  • ຢຽບເບກຄ້າງໄວ້ເພື່ອຫລຸດຜ່ອນຄວາມໄວ ໂດຍສະເພາະລົດທີ່ມີລະບົບເບກ ABS ຫາກລົດທີ່ມີລະບົບເບກທຳມະດາໃຫ້ຢຽບແລ້ວປ່ອຍເພື່ອຫຼີກລ່ຽງລໍ້ລັອກ
  • ຫ້າມດັບເຄື່ອງກ່ອນເວລາເບກແຕກ ຍົກເວັ້ນຫາກບໍ່ສາມາດເຂົ້າເກຍວ່າງໄດ້
  • ຄວບຄຸມລົດໃຫ້ຫ່າງຈາກບ່ອນຈາລະຈອນທີ່ແອອັດ
  • ຫາກຕ້ອງດັບເຄື່ອງ ແຕ່ຫ້າມຖອກກະແຈລົດ ຫຼື ປິດໄຟທີ່ຕຳແໜ່ງ lock ເພາະພວງມະໄລຈະລັອກ ແລະ ລະບົບການຊ່ວຍເຫຼືອຕ່າງໆ ຈະບໍ່ທຳງານເຮັດໃຫ້ການຄວບຄຸມລົດເຮັດໄດ້ຍາກຂຶ້ນຕື່ມ
  • ຫາກເປັນລົດທີ່ໃຊ້ປຸ່ມ Start on/off ໃຫ້ກົດປຸ່ມຄ້າງໄວ້ 3 ນາທີ ຫ້າມກົດແລ້ວປ່ອຍ
  • ນຳລົດຈອດໃນສະຖານທີ່ປອດໄພຂ້າງທາງ ແລະ ໂທຫາຄົນມາຊ່ວຍ

ຂັບລົດຢ່າງມີສະຕິ ຂໍໃຫ້ທຸກຄົນເດີນທາງປອດໄພ ບໍ່ວ່າຈະເປັນໃນລະຍະປີໃໝ່ລາວ ຫຼື ຊ່ວງເວລາໃດກໍ່ຕາມ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...