spot_img
Homeຂ່າວທ້ອງຖິ່ນເມືອງ ຜາອຸດົມ ເກີດເຫດການງົວຕາຍກະທັນຫັນ

ເມືອງ ຜາອຸດົມ ເກີດເຫດການງົວຕາຍກະທັນຫັນ

Published on

ໜັງສືພິມບໍ່ແກ້ວ ລາຍງານວ່າ ຕາມການລາຍງານຂອງທ່ານ ບຸນຍີ່ ຈັນທະບຸດ ຫົວໜ້ໜ່ວຍງານລ້ຽງສັດ ແລະ ການປະມົງຫ້ອງການກະສິກຳ-ປ່າໄມ້ເມືອງຜາອຸດົມແຂວງ ບໍ່ແກ້ວໃຫ້ຮູ້ວ່າ: ໃນວັນທີ 31 ພຶດສະພາ 2021 ນີ້, ອໍານາດການປົກຄອງບ້ານປຸ່ງລາດໄດ້ລາຍງານວ່າ: ມີງົວຂອງປະຊາຊົນຕາຍໂດຍບໍ່ຮູ້ສາເຫດຈໍານວນ 5 ໂຕ. ຕໍ່ກັບເຫດການດັ່ງກ່າວໜ່ວຍງານລ້ຽງສັດ ແລະ ການປະມົງໂດຍສົມທົບກັບ ອໍານາດການປົກຄອງບ້ານ ໄດ້ລົງກວດກາ ເພື່ອຊອກຫາສາເຫດ ແລະ ເກັບກໍາຂໍ້ມູນໃນເບື້ອງຕົ້ນກ່ຽວກັບເຫດການງົວຕາຍໃນຄັ້ງນີ້.

ຜ່ານການລົງກວດກາຕົວຈິງ ຂອງໜ່ວຍງານທີ່ກ່ຽວຂ້ອງ ໄດ້ບົງມະຕິພະຍາດສັດ ທີ່ເຮັດໃຫ້ມີງົວຕາຍໃນຄັ້ງນີ້ ແມ່ນເກີດຈາກຫຼາຍອາການ ເປັນຕົ້ນແມ່ນ: ອາການສັດເປັນພະຍາດທ້ອງເບັງ, ສັດຕາຍກະທັນຫັນ ບໍ່ສະແດງອາການຜິດປົກກະຕິ ຫຼື ເຈັບມາກ່ອນ, ມີນໍ້າລາຍ-ນໍ້າມູກໄຫຼອອກປາກ-ອອກດັງຍ້ອນມີລົມດັນກະເພາະ, ບາງໂຕມີເລືອດອອກ ຮູທະວານໜ້ອຍໜຶ່ງ. ງົວທີ່ຕາຍດັ່ງກ່າວເປັນງົວແມ່ 3 ໂຕ ແລະ ງົວຜູ້ 2 ໂຕ. ຕໍ່ກັບເຫດການດັງກ່າວ ທາງໜ່ວຍງານທີ່ກ່ຽວຂ້ອງ ສົມທົບກັບ ອໍານາດການປົກຄອງບ້ານ ໄດ້ນໍາພາເຈົ້າຂອງສັດຂຸດຂຸມຝັງຊາກງົວຕາຍຈໍານວນ 05 ໂຕ ໃນຂຸມດຽວກັນ ເຊິ່ງຂຸມດັ່ງກ່າວມີຄວາມເລິກ 02 ແມັດ ພ້ອມທັງຊີດຢາຂ້າເຊື້ອພະຍາດໃສ່ຊາກງົວຕາຍ ແລະ ຫຼັງຈາກຖົມຂຸມແລ້ວ ກໍ່ໄດ້ຊີດຢາຂ້າເຊື້ອພະຍາດຮອບທີ່ສອງ ໃສ່ບໍລິເວນຂຸມ ແລະ ບໍລິເວນທີ່ມີຊິ້ນສ່ວນຕົກເຮ່ຍຂອງຊາກງົວຕາຍ, ພ້ອມແນະນໍາອໍານາດການປົກຄອງບ້ານ ແລະ ເຈົ້າຂອງສັດໃຫ້ແຍກສັດໃນຝູງທີ່ມີງົວຕາຍດັ່ງກ່າວອອກໄປລ້ຽງເຂດອື່ນ, ທັ້ງນີ້ ເພື່ອເປັນການປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດສັດທີ່ອາດຈະເກີດຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...