spot_img
Homeຂ່າວທ້ອງຖິ່ນເມືອງ ຊຽງຮ່ອນ ປະກາດພະຍາດອະຫິວາໝູອາຟຣິກາໄດ້ລະບາດໄປທົ່ວເມືອງແລ້ວ

ເມືອງ ຊຽງຮ່ອນ ປະກາດພະຍາດອະຫິວາໝູອາຟຣິກາໄດ້ລະບາດໄປທົ່ວເມືອງແລ້ວ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ໃນວັນທີ 21 ກັນຍາ 2020 ຫ້ອງວ່າການປົກຄອງເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ອອກຄຳສັ່ງວ່າດ້ວຍການປະກາດເຂດລະບາດພະຍາດອະຫິວາໝູອາຟຣິ ກາ ໃນຂອບເຂດທົ່ວເມືອງ. ເຊິ່ງໃນທ້າຍເດືອນສິງຫາ 2020 ຜ່ານມາເມືອງ ຊຽງຮ່ອນ ໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ເຂດບ້ານ ນໍ້າກອກ, ບ້ານ ສາມັກຄີໄຊ, ບ້ານ ຫົວນາ, ບ້ານ ນາອອນ, ລາວສະໂນ, ດອນເຟືອງ, ບ້ານ ແກ່ນ, ບ້ານ ຂີ່ງ, ບ້ານ ດົງ, ບ້ານ ນໍ້າຄ່ອມ ແລະ ບ້ານ ຫ້ວຍຮາກ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດທີ່ຮ້າຍແຮງ ແລະ ແຜ່ລາມໄວ.

ສຳລັບໝູທຸກຊະນິດ ທຸກປະເພດ ແລະ ປະຈຸບັນຍັງບໍ່ທັນມີຢາປິ່ນປົວ ແລະ ບໍ່ທັນມີວັກຊິນປ້ອງກັນພະຍາດນີ້ເທື່ອ ດັ່ງນັ້ນ, ເຈົ້າເມືອງໆຊຽງຮ່ອງ ຈຶ່ງອອກຄຳສັ່ງ ດັ່ງນີ້:

  1. ປະກາດທົ່ວເມືອງ ຊຽງຮ່ອນ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ.
  2. ບ້ານໃດທີ່ມີໝູເຈັບ ຫຼື ຕາຍ ອົງການປົກຄອງບ້ານຕ້ອງແຈ້ງໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ໂດຍດ່ວນ ເພື່ອລົງຕິດຕາມກວດກາ ແລະ ກຳຈັດທຳລາຍຢ່າງຖືກວິທີ.
  3. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບອຳນາດການປົກຄອງບ້ານລົງນຳພາປະຊາ ຊົນທຳການອະນາໄມຄອກສັດດ້ວຍວິທີການຂ້າເຊື້ອດ້ວຍຢາຂ້າເຊື້ອ ຫຼື ໂຮຍປູນຂາວໃນບ່ອນທີ່ຢູ່ຂອງສັດທີ່ຕິດເຊື້ອ ຫຼື ສັດຕາຍຢ່າງທົ່ວເຖິງ.
  4. ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ສີ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກຊະນິດ ເຂົ້າ-ອອກເຂດທີ່ເກີດພະຍາດຈົນກວ່າຈະໄດ້ຮັບການຢັ້ນຢືນວ່າເປັນເຂດປອດພະຍາດ.
  5. ຫ້າມທຸກພາກສ່ວນນຳເອົາໝູທີ່ເຈັບ, ຕິດເຊື້ອ ຫຼື ຕາຍຍ້ອນພະຍາດໄປຂ້າໄປຄົວ ເພື່ອບໍລິໂພກ ແລະ ຈຳໜ່າຍຕາມສະຖານທີ່ຕ່າງໆຢ່າງເດັດຂາດ.
  6. ຫ້າມຄອບຄົວຜູ້ລ້ຽງໝູນຳເອາສັດຕາຍຖີ້ມລົງໜອງນໍ້າ, ຫ້ວຍຮ່າງຄອງບຶງ ຢ່າງເດັດຂາດ ເມື່ອມີສັດຕາຍຕ້ອງຂໍຄຳແນະນຳຈາກເຈົ້າໜ້າທີ່ສັດຕະວະແພດເມືອງເພື່ອກຳຈັດ ແລະ ທຳລາຍໂດຍການຂຸດຂຸມຝັງໃຫ້ເລິກປະມານ 1-2 ແມັດແລ້ວໃຊ້ປູນຂາວ ຫຼື ຢາຂ້າເຊື້ອໃຫ້ຖືກຕ້ອງຕາມຫຼັກວິຊາດການ.
  7. ໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ຄ້າຊາຍຂາຍຈົ່ງໃຫ້ການຮ່ວມມືກັບທີມງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ລົງຄວບຄຸມພະຍາດຕິດຕໍ່ຂອງໝູໃນຄັ້ງນີ້ເປັນຢ່າງດີ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂໃຫ້ທັນການ.
  8. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງສຶກສສາອົບຮົມໂຄສະນາເຜີຍແຜ່ພາຍໃນບ້ານທີ່ເຫັນວ່າມີຄວາມສ່ຽງໃຫ້ຮັບຮູ້ ແລະ ເຂົ້າໃນເຖິງຜົນຮ້າຍຂອງພະຍາດອະຫິວາໝູ ອາຟຣິກາ ດ້ວຍການເອົາໃຈໃສ່ດູແລຢ່າງໃກ້ຊິດ.
  9. ເມື່ອໄດ້ຮັບຄວາມສັ່ງສະບັບນີ້ແລ້ວໃຫ້ຮີບຮ້ານນຳໄປເຜີຍແຜ່ຈັດຕັ້ງປະຕິບັດດ້ວຍຄວາມຮັບ ຜິດຊອບສູງ ພ້ອມທັງລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ.
  10. ຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...