spot_img
Homeຂ່າວພາຍ​ໃນເມືອງໄຊເຊດຖາ ຈະປະກາດປອດຢາເສບຕິດ ໃນປີ 2015

ເມືອງໄຊເຊດຖາ ຈະປະກາດປອດຢາເສບຕິດ ໃນປີ 2015

Published on

 

ວັນ​ທີ 24 ເມສາ 2014 ຫ້ອງການ​ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ກວດກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ເຝິກອົບຮົມ​ການ​ໃຫ້​ຄຳ​ປຶກສາ ກ່ຽວ​ກັບ​ຜູ້​ຕິດ​ຢາ​ເສບ​ຕິດ ໃຫ້​ແກ່​ອຳນາດ​ການ​ປົກຄອງ 48 ບ້ານ 20 ໂຮງຮຽນ ແລະ 7 ຫ້ອງການ​ອ້ອມ​ຂ້າງ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ເປັນ​ການ​ກະກຽມ​ຈະ​ປະກາດ​ໃຫ້​ເມືອງ​ໄຊ​ເຊດ​ຖາ ເປັນ​ເມືອງ​ປອດ​ຢາ​ເສບ​ຕິດ ໃນ​ປີ 2015 ໂດຍ​ມີ​ຜູ້ຕາງໜ້າ ແລະ ວິທະຍາກອນ​ມາ​ຈາກ ​ກຄສ ນະຄອນຫຼວງ​ວຽງ​ຈັນ ແລະ ​ກຄສ ແຫ່ງ​ຊາດ ຕະຫຼອດ​ຮອດ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ປີງ ປັນຍາ​ຈິດ ຮອງ​ເຈົ້າເມືອງ ປະທານ ​ກຄສ ຂັ້ນ​ເມືອງ ກ່າວ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ວ່າ: ຢາ​ເສບ​ຕິດ​ເປັນ​ໄພ​ຄຸກ​ຄາມ ແລະ ທ່ວງ​ດຶງ​ການ​ພັດທະນາ​ເສດຖະກິດ​ຂອງ​ປະເທດ​ຊາດ ໃນ​ການຈັດຕັ້ງ​ປະຕິບັດ​ຢູ່​ຂັ້ນ​ເມືອງ ກໍ່​ໄດ້​ມີ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ​ຂັ້ນ​ເມືອງ ໄດ້​ມີ​ການເຄື່ອນໄຫວ​ຕາມ​ພາລະ​ບົດບາດ​ຢ່າງ​ຕັ້ງໜ້າ ຜ່ານ​ການຈັດຕັ້ງ​ປະຕິບັດ ສາມາດ​ເກັບ​ກຳ​ໄດ້​ຈຳນວນ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ​ປະເພດ I ມີ 712 ຄົນ ຈຳນວນ​ຜູ້​ເສບ​ແທ້ 298 ຄົນ ຍິງ 34 ຄົນ ກຸ່ມ​ສ່ຽງ​ຢາ​ເສບ​ຕິດ ຈຳນວນ 323 ຄົນ ຍິງ 44 ຄົນ ໃນ​ນັ້ນ ນຳໄປ​ສຶກ​ສາ​ອົບຮົມ​ຈຳນວນ 417 ຄົນ ຍິງ 13 ຄົນ ສົ່ງ​ບຳບັດ​ຢູ່​ສູນ​ສົມ​ສະຫງ່າ 150 ຄົນ ຍິງ 9 ຄົນ

ການ​ຈັດ​ເຝິກອົບຮົມ​ຄັ້ງ​ນີ້ ກໍ່​ເພື່ອ​ເສີມ​ສ້າງ​ທັກ​ສະ​ໃຫ້​ຄວາມ​ຮູ້ ຄວາມ​ສາມາດ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ບ້ານ ໂຮງຮຽນ​ມັດທະຍົມ​ທີ່ຢູ່​ອ້ອມ​ຂ້າງ​ເມືອງ​ໄຊ​ເຊດ​ຖາ ເພື່ອ​ໃຫ້​ຄຳ​ປຶກສາ​ກວດກາ ກັ່ນ​ຕອງ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ ໃນ​ການ​ຊຸກຍູ້​ຊ່ວຍເຫຼືອ​ທັນທີ ແລະ ເພື່ອ​ແນໃສ່​ເຮັດ​ໃຫ້​ເມືອງ​ໄຊ​ເຊດ​ຖາ ປອດ​ຢາ​ເສບ​ຕິດ ໃນ​ປີ 2015.

ພາຍຫຼັງ​ຄະນະ​ກຳມະການ ສຳເລັດ​ການ​ເຝິກອົບຮົມ​ພາຍ​ໃນ 9 ຕົວ​ເມືອງ ໃນ​ນະຄອນຫຼວງ​ວຽງ​ຈັນ ກໍ່​ຈະ​ມີ​ການ​ປະ​ເມີນ​ຜົນ ໃນ​ການຈັດຕັ້ງ​ປະຕິບັດ ວ່າ​ໄດ້​ປະສິດທິພາບ​ໜ້ອຍ​ຫຼາຍ​ພຽງ​ໃດ.

ທີ່ມາ http://www.vientianemai.net/teen/khao/1/11637

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...